ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານແຂ່ງຂັນສິລະປະສະໝັກຫຼິ້ນທົ່ວກອງທັບຄັ້ງທີ V
ຮອບຊີງຊະນະເລີດດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນ


ງານແຂ່ງຂັນສິລະປະສະໝັກຫິຼ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດ ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ

     ໃນຄ່ຳຄືນຂອງວັນທີ 12-13 ພະຈິກ 2018 ນີ້, ງານແຂ່ງຂັນສິລະປະສະໝັກຫິຼ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດຢູ່ສະໂມສອນກົມໃຫຍ່ການເມືອງກອງ
ທັບ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ເຊິ່ງໃຫ້ການເຂົ້າຮ່ວມຮັບຊົມຂອງທ່ານ ພົນ
ໂທ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາທ່ານຄະນະນຳກະຊວງ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນ
ດາທ່ານແຂກທີ່ຖືກເຊີນພ້ອມດ້ວຍບັນດາພະນັກງານ-ນັກຮົບຈາກອົງການ, ກົມກອງ ແລະ ປະຊາຊົນອ້ອມຂ້າງເຂົ້າຮ່ວມຮັບຊົມ.

     ໃນຄ່ຳຄືນທີ 1 ປະກອບມີ 4 ຄະນະທີ່ຂຶ້ນສະແດງ ໃນນີ້ມີຄະນະສິລະປະໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ປະກອບມີ 5 ລາຍການສະແດງຄື:
ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ກອງທັບລາວກ້າວໄປ, ຮ້ອງຄູ່ຍິງ-ຊາຍ: ຈົ່ງຄອຍອ້າຍກັບມາ, ລຳຄອນສະຫວັນ: ກອງທັບປະຊາຊົນລາວເຕີບໃຫຍ່ໃຕ້ຮົ່ມທຸງ
ພັກ, ຟ້ອນລວມໝູ່ຍິງ-ຊາຍ: ປະເພນີແຮກຫົວນາ, ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ກົມກອງວັດທະນະທຳ, ຄະນະສິລະປະກອງບັນຊາການທະຫານແຂວງອຸດົມ
ໄຊປະກອບມີ 5 ລາຍການຄື: ຮ້ອງ ເພງລວມປະສານຟ້ອນມາໃນບົດເພງ: ຮ່ວມໃຈສະຫຼອງ 70 ປີ ກອງທັບປະຊາຊົນລາວ, ຮ້ອງດ່ຽວຊາຍມູນ ເຊື້ອແຫ່ງໄຊຊະນະ, ຟ້ອນ
ໝູ່ຍິງ-ຊາຍ ມ່ວນຊື່ນບຸນເກຼີ, ລວມໝູ່ຍິງ: ຢາມຄ້າຍອ້າຍທະຫານ, ຮ້ອງລວມໝູ່ຍິງ-ຊາຍປະກອບຟ້ອນ: ສຽງຮ້ອງຕະລຸມບອນ, ຄະນະຫ້ອງວ່າການກະຊວງປ້ອງກັນປະ
ເທດປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ລາວຮ່ວມໃຈ, ຮ້ອງດ່ຽວຊາຍໃນບົດເພງ: ຫ່ວງຊາດຫ່ວງນາງ, ຟ້ອນໝູ່ຍິງ-ຊາຍຮ່ວມກັນພັດ
ທະນາກ້າວໄປ, ລຳຜູ້ໄທ, ຫວນຄືນມູນເຊື້ອ, ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ຕາມຮອຍພໍ່, ຄະນະສິລະປະກອງບັນຊາການທະຫານແຂວງສາລະວັນປະກອບມີ
5 ລາຍການຄື: ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ແສງສະຫວ່າງ 20 ມັງກອນ, ຮ້ອງໝູ່ຍິງ-ຊາຍ: ບ່າວຕະໂອ້ຍມ່ວນຊື່ນເກັບກ່ຽວຜົນຜະລິດ, ຮ້ອງເພງລວມໝູ່ຍິງ:
ໃນບົດເພງຊົມເຊີຍອ້າຍກອງຫຼອນ, ລຳສາລະວັນວີລະກໍາທີ່ຍິ່ງໃຫຍ່ ແລະ ໃນຄ່ຳຄືນທີ 2 ນີ້, ລວມມີ 5 ຄະນະຄື: ຄະນະກອງບັນຊາການແຂວງສະຫັວນນະເຂດປະກອບ
ມີ 5 ລາຍການຄື: ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ 70 ປີກອງທັບລາວໝັ້ນຢືນ, ຮ້ອງໝູ່ຊາຍໃນບົດເພງ: ວີລະຊົນບົນປາກປືນໃຫຍ່, ຟ້ອນລວມໝູ່ຍິງ-ຊາຍ:ສຽງ
ແຄນແດນສະຫວັນ, ຮ້ອງດ່ຽວຍິງ: ຮັກສາວແພດທະຫານ, ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ຜົນງານກອງພັນທີ 4 ເຂັ້ມແຂງຕ້ອນຮັບ 70 ປີ, ຄະນະສິລະປະກົມ
213 ຮ້ອງເພງລວມປະສານຟ້ອນໃນບົດເພງ 70 ປີກອງທັບມີໄຊ, ຮ້ອງຄູ່ຍິງ-ຊາຍ: ຍາມໄກອາ ໄລແຟນ, ຟ້ອນໝູ່ຍິງ-ຊາຍ: ເພື່ອຊາດເພື່ອປະຊາຊົນ, ລຳຜູ້ໄທ: ເຊີນທ່ຽວ
ເມືອງລາວ, ຮ້ອງໝູ່ຍິງ-ຊາຍປະກອບຟ້ອນ: ພູມໃຈທີ່ໄດ້ຮັບໃຊ້ຊາດ, ຄະນະກອງພັນໃຫຍ່ລົດຕັງ-ຍານເກາະ 661 ປະກອບມີ 5 ລາຍການຄື:ຮ້ອງປະສານຟ້ອນໝູ່ຍິງ-ຊາຍ
ໃນບົດເພງ: 70 ປີ ໃຕ້ຮົ່ມທຸງພັກ, ຮ້ອງດ່ຽວຍິງໃນບົດເພງ ນໍ້າໃຈເມຍຜູ້ເສຍສະຫຼະ, ຟ້ອນລວມໝູ່ຍິງ-ຊາຍ ເຫຼົ່າຮົບເຫຼັກກ້າ, ລຳເຕີ້ຍຫົວໂນນຕານ: ບ່າວເຫຼັກໄຫຼຫົວໃຈ
ຫຼົ່ນບົນທົ່ງນາ, ລຳເຊີ້ງໝູ່ຍິງ-ຊາຍ: ແສງສະຫວ່າງທີ່ບໍ່ມີມື້ຈາງຫາຍ, ຄະນະສິລະປະກອງບັນຊາການທະຫານແຂວງວຽງຈັນປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນ
ໝູ່ຍິງ-ຊາຍໃນບົດເພງ ເຕີບໃຫຍ່ໃຕ້ຮົ່ມທຸງພັກ, ຮ້ອງໝູ່ຍິງ-ຊາຍ ນັດພົບທີ 20 ມັງກອນ, ຟ້ອນລວມໝູ່ຍິງ-ຊາຍ ຄໍ່າຄືນມະຫັດສະຈັນ, ດົນຕີພື້ນເມືອງ: ສຽງຂຸ່ຍນັກຮົບ,
ຮ້ອງປະສານຟ້ອນໝູ່ຍິງ-ຊາຍໃນບົດເພງ: ຍິນດີຕ້ອນຮັບ, ຄະນະກົມໃຫຍ່ການເມືອງກອງທັບປະກອບມີ 5 ລາຍການຄື: ຮ້ອງລວມໝູ່ຍິງ-ຊາຍປະກອບຟ້ອນ 70 ປີມີໄຊ,
ຮ້ອງລວມໝູ່ຊາຍໃນບົດເພງ ນັກຮົບອິນຊີແດງ,ຟ້ອງລວມໝູ່ຊາຍ: ຊົ່ວໂມງທຳອິດຂອງນັກຮົບ, ລຳຕັ່ງຫວາຍ: ອ້າຍສ້າງນ້ອງຊົມ, ຮ້ອງປະກອບຟ້ອນ: ສະຫຼອງໄຊ 20 ມັງ
ກອນ. ເຊິ່ງແຕ່ລະລາຍການລ້ວນແຕ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອ ແລະ ການເຕິບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ກໍຄືຮິດຄອງປະເພນີອັນດີງາມຂອງປະ
ຊາຊົນລາວບັນດາເຜົ່າ, ສ່ອງແສງໃຫ້ເຫັນມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງ
ພັກປະຊາຊົນປະຕິບັດລາວ, ສ່ອງແສງໃຫ້ເຫັນການປະຕິບັດໜ້າທີ່ຂອງກອງທັບເຮົາ, ສ່ອງແສງໃຫ້ເຫັນນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນຮັກລະບອບປະຊາທິປະໄຕ,
ສະແດງໃຫ້ເຫັນຄວາມສາ ມັກຄີອັນແໜ້ນແຟ້ນລະຫວ່າງກອງທັບກັບປະຊາຊົນບັນດາເຜົ່າຄືປາກັບນ້ຳ, ຄຽງຄູ່ກັນນັ້ນກໍ່ສ່ອງແສງໃຫ້ເຫັນເຖິງລັກສະນະຊາດ, ລັກສະນະ
ກ້າວໜ້າ ແລະ ລັກສະນະມະຫາຊົນ.