ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບປະທານບໍລິສັດນໍຣິນໂກ ກຣຸບ ສປ ຈີນ

     ໃນຕອນບ່າຍຂອງວັນທີ 13 ພະຈິກ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະ
ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເຫວີ່ນກ່າງ ປະທານບໍລິສັດ ນໍຣິນໂກກຣຸບ ສປ ຈີນ ພ້ອມດ້ວຍຄະນະ,
ເນື່ອງໃນໂອກາດທີ່ ທ່ານ ສ ີຈີ້ນຜິງ ປະທານປະເທດແຫ່ງ ສປ ຈີນ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບປະທານບໍລິສັດນໍຣິນໂກກຣຸບ ສປ ຈີນ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ປິຕິຍິນດີທີ່ພົບປະກັບປະທານບໍລິສັດ ນໍຣິນໂກກຣຸບ ແລະ ຄະນະຍັງໄດ້ຕີ
ລາຄາສູງຕໍ່ສາຍພົວພັນອັນດີງາມລະຫວ່າງສອງຊາດ ລາວ-ຈີນ ແລະ ໄດ້ເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງກອງທັບປະຊາຊົນລາວກັບບໍລິສັດ
ນໍຣິນໂກກຣຸບ ສປ ຈີນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍັງໄດ້ອວຍພອນໃຫ້ປະທານບໍລິສັດ ນໍຣິນໂກກຣຸບ ສປ ຈີນ ພ້ອມດ້ວຍຄະນະ ຈົ່ງມີສຸ
ຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນ ຄັ້ງນີ້.

     ທ່ານ ເຫວີ່ນກ່າງ ປະທານບໍລິສັດ ນໍຣິນໂກກຣຸບ ສປ ຈີນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ສົ່ງເສີມໃນການພົວພັນສະໜັບສະໜູນກອງທັບປະຊາຊົນລາວ
ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງຍິ່ງໆຂຶ້ນ.