ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ສີ ຈີ້ນຜິງ ຢ້ຽມຢາມທາງລັດຖະກິດ ສປປ ລາວ

     ໂດຍຕອບສະໜອງຕາມການເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ
ປະເທດແຫ່ງ ສປປ ລາວ, ສະຫາຍ ສີ ຈີ້ນຜິງ, ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ, ພ້ອມດ້ວຍ
ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນເພື່ອດຳເນີນການຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນລະຫວ່າງ
ວັນທີ 13-14 ພະຈິກ 2017.


ສະຫາຍ ບຸນຍັງ ວໍລະຈິດ ຕ້ອນຮັບ ສະຫາຍສີຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ

     ອອກຕ້ອນຮັບສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ແລະ ຄະນະ, ໃນຕອນບ່າຍຂອງວັນທີ 13 ພະຈິກທີ່ສະໝາມບິນສາກົນວັດໄຕ, ມີສະຫາຍ ພັນ
ຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ສິນລະ
ວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫຼວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ, ກຳ
ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະ
ພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍບັນດາສະຫາຍໃນຄະນະຕ້ອນຮັບຂອງຝ່າຍລາວ, ສະຫາຍ ເອກອັກຄະລັດຖະທູດ ສປ ຈີນ ແລະ ພະນັກງານສະ
ຖານທູດ ສປ ຈີນ ປະຈຳລາວ ແລະ ມີຊາວໜຸ່ມ, ເຍົາວະຊົນ, ນັກສຶກສາລາວ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຈີນຈຳນວນຫຼວງຫຼາຍ,
ໄດ້ຢືນໂບກທຸງຊາດຂອງສອງປະເທດ ເພື່ອຂ່ຳນັບຊົມເຊີຍການເດີນທາງມາເຖິງນະຄອນຫຼວງວຽງຈັນຂອງຄະນະຢ່າງຄຶກຄື້ນຕາມເສັ້ນທາງ ຈາກສະໜາມ
ບິນຫາໂຮງແຮມ ແລນມາກ.

     ພິທີຕ້ອນຮັບສະຫາຍ ສີ ຈີ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສປ ຈີນຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ທຳນຽບປະທານປະເທດ
ໃນຕອນບ່າຍຂອງວັນທີ 13 ພະຈິກ 2017, ໂດຍສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ, ເຊິ່ງມີບັນດາສະຫາຍການນຳຂັ້ນສູງພັກ-ລັດ ຂອງ ສປປ
ລາວ ເຂົ້າຮ່ວມຢ່າງພ້ອມພຽງ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ນຳພາສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ໄປຍັງແທ່ນກຽດຕິຍົດ ເພື່ອເຄົາຮົບທຸງຊາດຈີນ,
ລາວຕາມລຳດັບ, ຕໍ່ຈາກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ສີ ຈີ້ນຜິງ ຍ່າງກວດແຖວທະຫານກອງກຽດຕິຍົດກອງທັບປະ ຊາຊົນລາວ ແລະ ຜູ້
ນຳທັງສອງສະຫາຍໄດ້ຮັບການແນະນຳຕໍ່ຄະນະຕ້ອນຮັບທາງການຝ່າຍ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປ ຈີນ ໃນພິທີດັ່ງກ່າວ, ພາຍຫຼັງສຳ
ເລັດພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ສີ ຈີ້ນຜິງ ໄດ້ນຳພາຄະນະຜູ້ແທນຂັ້ນສູງພົບປະສອງຝ່າຍ, ເຊິ່ງຈັດຂຶ້ນຢູ່ຫ້ອງ
ປະຊຸມທີ່ທຳນຽບປະທານປະເທດ, ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ໃນຄັ້ງນີ້, ເປັນຂີດໝາຍປະຫວັດ
ສາດສຳຄັນແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ທີ່ມີມູນເຊື້ອ
ແຫ່ງມິດຕະພາບ ແລະ ການຮ່ວມມືອັນໜັກແໜ້ນຍາວນານມາແລ້ວນັ້ນໃຫ້ສືບຕໍ່ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ.

     ໃນການພົບປະຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວຕ້ອນຮັບສະຫາຍ ສີ ຈີ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດ ສປ ຈີນ ດ້ວຍໄມຕີ
ຈິດມິດຕະພາບອັນອົບອຸ່ນ ແລະ ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພົບປະກັບສະຫາຍເລຂາທິການໃຫຍ່, ປະທານປະເທດ ສປ ຈີນ, ທີ່ໄດ້ນຳພາ
ຄະນະຜູ້ແທນຂັ້ນສູງ ພັກ- ລັດ ມາຢ້ຽມຢາມທາງລັດຖະກິດ ສປປ ລາວ ພາຍຫຼັງທີ່ພັກກອມມູນິດຈີນຫາກໍສຳເລັດກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ
ຢ່າງຈົບງາມ ເຊິ່ງໄດ້ເປັນພື້ນຖານອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງຝ່າຍໃນດ້ານຕ່າງໆ ການພົວພັນຮ່ວມມືດ້ານທິດສະດີ, ບົດຮຽນການ
ປົກຄອງ ລັດ-ບໍລິຫານປະເທດ, ການກໍ່ສ້າງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະອື່ນໆ ນັບມື້ມີບາດກ້າວຂະຫຍາຍຕົວໄປສູ່ຄຸນ
ນະພາບໃໝ່, ພວມນຳຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ, ພ້ອມດຽວກັນນີ້, ທັງສອງຝ່າຍເຫັນດີສືບຕໍ່ຮັກສາກົນໄກການແລກປ່ຽນ
ການຢ້ຽມຢາມລະຫວ່າງການນຳຂັ້ນສູງ ລະຫວ່າງ 2 ພັກ ແລະ 2 ລັດຢ່າງເປັນປົກກະຕິ, ເອົາໃຈໃສ່ເສີມຂະຫຍາຍກົນໄກການຮ່ວມມືຂອງສອງຝ່າຍທີ່ມີ
ໃນປັດຈຸບັນໃຫ້ມີປະສິດທິຜົນກວ່າເກົ່າ, ສືບຕໍ່ສ້າງຄູ່ຮ່ວມຊາຕາກຳທີ່ຕັດແຍກອອກຈາກກັນບໍ່ໄດ້, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື 2 ພັກ
ໄລຍະສົກປີ 2016-2020 ໃນການກໍ່ສ້າງພະນັກງານນຳພາຄຸ້ມຄອງຂອງພັກ-ລັດລາວຢູ່ຈີນ, ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອເຊື່ອມໂຍງຍຸດທະສາດ
“ການຫັນປະເທດບໍ່ມີຊາຍແດນຕິດກັບທະເລເປັນປະເທດທາງ ຜ່ານເຊື່ອມໂຍງເຊື່ອມຈອດ” ຂອງລາວເຂົ້າກັບຍຸດທະສາດ “ ໜຶ່ງແລວໜຶ່ງເສັ້ນທາງ” ຂອງ
ຈີນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ.

     ພາຍຫຼັງການພົບປະສອງຝ່າຍ, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ໄດ້ເປັນສັກຂີພິຍານໃນການ
ລົງນາມບັນດາເອກະສານການຮ່ວມມືຈຳນວນ 17 ສະບັບຄື: ສັນຍາການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະ
ເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃໝ່, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນກໍ່ສ້າງ ແລວທາງເສດຖະກິດ
ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄໝດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນ
ຂ່າວສານ, ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດຕັ້ງປະຕິບັດຮ່ວມໂຄງການໂຕ
ແບບ ໃນການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນ້ຳແຫ່ງຊາດ ແລະ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບນ້ຳອູ ແລະ ນ້ຳເທີນ-ນ້ຳກະດິງ, ບົດ
ບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກຳຄົບວົງຈອນທີ່ທັນສະໄໝ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການ
ເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄ່ງລ່າງ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຊ່ວຍເຫຼືອໃນ 3 ປີຕໍ່ໜ້າ, ບົດບັນ ທຶກຄວາມ
ເຂົ້າໃຈວ່າດ້ວຍການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ, ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ, ສັນຍາ
ຮ່ວມທຶນສ້າງໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນຫາບໍ່ເຕັນຕອນທີ I ນະຄອນຫຼວງວຽງຈັນຫາວັງວຽງ, ສັນຍາເງິນກູ້ທຸລະກິດໂຄງການສາຍ
ສົ່ງ 500/230 KV ອ້ອມນະຄອນຫຼວງວຽງຈັນ ສປ ຈີນ ແຈ້ງໃຫ້ການຊ່ວຍເຫຼືອ ສປປ ລາວ 4 ຕື້ຢວນ ເພື່ອປະຕິບັດການພັດ ທະນາ ສປປ ລາວ, ສະ
ຫາຍ ສີ ຈີ້ນຜິງ ໄດ້ເຊື້ອເຊີນສະຫາຍ ບຸນຍັງ ວໍລະຈິດ ໄປຢ້ຽມຢາມ ສປ ຈີນໃນເວລາອັນເໝາະສົມ.

     ໃນຕອນຄ່ຳຂອງວັນດຽວກັນ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບເປັນກຽດແດ່ສະຫາຍເລຂາທິການ
ໃຫຍ່ ສີ ຈີ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຈີນທີ່ທຳນຽບປະທານປະເທດ, ໂດຍມີບັນດາການນຳຂັ້ນສູງພັກ-ລັດ ສປ ຈີນ ແລະ ສປປ ລາວ
ເຂົ້າຮ່ວມຢ່າງພ້ອມພຽງ.