ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ເນັ້ນໃຫ້ທຸກພາກສ່ວນເລັ່ງຟື້ນຟູຄຸນນະພາບຊີວິດປະຊາຊົນໂດຍໄວ

     ໃນໂອກາດເຂົ້າຮ່ວມພິທີສະຫຼຸບຜົນງານໄລຍະທີ 1 ແລະ ແຜນການໄລຍະທີ 2 ຂອງການກອບກູ້ຜົນກະທົບຈາກໄພພິບັດຄູກັນນໍ້າເຂື່ອນໄຟຟ້າເຊ
ປຽນ-ເຊນໍ້ານ້ອຍແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 13 ກັນຍາ ນີ້, ທີ່ສູນບັນຊາພາກສະໜາມ, ທ່ານ ພົນໂທ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບທຸກ ພາກສ່ວນເລັ່ງຟື້ນຟູຊີ
ວິດການເປັນຢູ່ ແລະ ຈັດສັນເຮືອນພັກເຊົາຊົ່ວຄາວ ແລະ ຖາວອນໂດຍໄວ ເພື່ອໃຫ້ປະຊາຊົນຜູ້ຖືກຜົນກະທົບໄດ້ຮັບການເບິ່ງແຍງຢ່າງທົ່ວເຖິງ ແລະ ມີ
ຄວາມອຸ່ນອຽນທຸ່ນທ່ຽງໃນການດຳລົງຊີວິດທີ່ ຍືນຍົງຕໍ່ໄປ.


ພົນໂທຈັນສະໝອນຈັນຍາລາດ ປະດັບຫຼຽນໄຊພິລະອາດຫານໃຫ້ກົມກອງທີ່ໄດ້ປະຕິບັດໜ້າທີ່
ກອບກູ້ໄພພິບັດຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ເມືອງສະໜາມໄຊແຂວງອັດຕະປື

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວຍ້ອງຍໍສັນລະເສີນນໍ້າໃຈອົດທົນເສຍສະຫຼະຂອງພະນັກງານ-ນັກຮົບ ແລະ ອຳນາດການປົກຄອງຕະ
ຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງອັດຕະປື ເມືອງສະໜາມໄຊ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອກອບກູ້ຜູ້ຖືກຜົນກະທົບຍ້ອນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ
ແຕກຢ່າງທັນການເຮັດໃຫ້ການສູນເສຍຊີວິດຫຼຸດໜ້ອຍລົງ ແລະ ສາມາດກອບກູ້ຊີວິດ ແລະ ຊັບສິນຂອງປະຊາຊົນ, ນອກຈາກນັ້ນ ຍັງໄດ້ສຸມໃສ່ຊອກຄົ້ນ
ຫາຜູ້ສູນຫາຍຢ່າງບໍ່ຮູ້ອິດຮູ້ເມື່ອຍເຖິງແມ່ນພື້ນທີ່ຈະທຸລະກັນດານກໍຕາມ.

     ກອງທັບປະຊາຊົນລາວຕ້ອງສຸມໃສ່ໄດ້ເຮັດສອງໜ້າທີ່ພ້ອມກັນຄື: ໄລຍະທີ 1 ກອບກູ້ ແລະ ຊອກຄົ້ນຜູ້ສູນຫາຍ ແລະ ໄລຍະທີ 2 ແມ່ນການຟື້ນຟູ
ຄຸນນະພາບຊີວິດຈັດສັນທີ່ຢູ່ອາໄສຊົ່ວຄາວ ແລະ ຖາວອນໃຫ້ແກ່ປະຊາຊົນທີ່ຖືກກະທົບໂດຍໄວ.

     ທ່ານລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ກອບກູ້ໄພພິບັດທີ່ໄດ້ຮັບມອບໝາຍ ທັງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຮັດໜ້າ
ທີ່ໜັກໜ່ວງ ແລະ ສັບສົນທີ່ສຸດ. ຜົນສຳເລັດທີ່ຍາດມາໄດ້ແມ່ນຍ້ອນຄວາມເອົາໃຈໃສ່ຂອງອຳນາດການປົກຄອງແຂວງ, ເມືອງ ແລະ ປະຊາຊົນຊາວອັດຕະ
ປືທຸກຄົນ ກໍຄືຊາວລາວທົ່ວປະເທດ, ມີຄວາມຮັບຜິດຊອບສູງຂອງຄະນະຊີ້ນຳກອບກູ້ໄພພິບັດ, ກອງທັບຕິດພັນກັບທ້ອງຖິ່ນການ ຊ່ວຍເຫຼືອປະຊາຊົນແມ່ນ
ທາດແທ້ປະຕິວັດຂອງກອງທັບເຮົາ ມັນແມ່ນຜົນສຳເລັດເບື້ອງຕົ້ນທີ່ດີທີ່ສຸດເທົ່ານັ້ນ. ຜົນສຳເລັດລວມຂອງທຸກພາກສ່ວນໃນການກອບກູ້ຊີວິດຊັບສິນຂອງ
ປະຊາຊົນທີ່ຖືກອຸທົກກະໄພດັ່ງກ່າວ.

     ໜ້າທີ່ໄລຍະທີ 2 ໜັກໜ່ວງ ເປັນຕົ້ນແມ່ນການປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີກວ່າເກົ່າ, ປະຕິບັດ 3 ໜ້າທີ່ 4 ການພົວພັນ, ຈຶ່ງ
ສ້າງໄດ້ 3 ທາດແທ້ 6 ມູນເຊື້ອຂອງກອງທັບປະຊາຊົນລາວ, ເປັນກຳລັງເຂັ້ມແຂງຂອງຄະນະພັກອຳນາດການປົກຄອງທ້ອງຖິ່ນແຂວງອັດຕະປື, ດ້ວຍການ
ນຳໃຊ້ກຳລັງຂອງກອງທັບເພື່ອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນສ້າງທີ່ຢູ່ອາໄສແບບຊົ່ວຄາວ ແລະ ຖາວອນ ຂອງປະຊາຊົນຕາມການຮ້ອງ
ຂໍຂອງແຂວງ, ກອງທັບປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຕ້ການນຳພາໂດຍກົງເດັດຂາດຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ, ປັບປຸງກໍ່
ສ້າງກຳລັງ, ເຝິກແອບຮໍ່າຮຽນກຽມ ພ້ອມສູ້ຮົບ ແລະ ສູ້ຮົບເກັ່ງ, ຊ່ວຍເຫຼືອປະຊາຊົນ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ, ມີຄວາມພົວພັນກັບປະ
ຊາຊົນຢ່າງໜຽວແໜ້ນ ແລະ ມີຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ.

     ຜ່ານການເຄື່ອນໄຫວວຽກງານຕົວຈິງຢູ່ພາກສະໜາມໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ຈຳນວນ 4 ກົມກອງ, ປະດັບຫຼຽນ
ໄຊພິລະອາດຫານຊັ້ນ III, ກົມກອງລວມໝູ່ຈຳນວນ 8 ກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດຈຳນວນ 2 ກົມກອງ, ປະດັບຫຼຽນໄຊພິລະອາດຫານ
ຊັ້ນ II ໃຫ້ບຸກ ຄົນຈຳນວນ 89 ສະຫາຍ, ຊັ້ນ III ໃຫ້ບຸກຄົນຈຳນວນ 213 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 193 ສະຫາຍ, ໃບຍ້ອງຍໍກົມ
ໃຫຍ່ການເມືອງກອງທັບ 223 ສະຫາຍ, ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນ ທະຫານຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 28 ສະຫາຍ, ຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍ
ໂທ ຈຳນວນ 39 ສະຫາຍ, ຊັ້ນ ວາທີ ຂຶ້ນ ຮ້ອຍຕີ 66 ສະຫາຍ, ສິບເອກ ຂຶ້ນ ວາທີ 23 ສະຫາຍ, ສິບໂທ ຂຶ້ນ ສິບເອກ 15 ສະຫາຍ, ສິບຕີ ຂຶ້ນ ສິບ
ໂທ 27 ສະຫາຍ, ຊັ້ນ 1 ເລື່ອນ ຊັ້ນ ສິບຕີ ຈຳນວນ 25 ສະຫາຍ.