ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ
ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

     ໃນວັນທີ 13 ກັນຍາ 2017 ນີ້, ທີ່ກະຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໜອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະ
ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເຊິ່ງນຳໂດຍ ທ່ານ ພົນເອກ ສາງວ້ານສວນ ທີ່
ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນ
ທີ 13-14 ກັນຍານີ້.


ພົນໂທ ຈັນສະໜອນ ຈັນຍາລາດ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ

     ພິທີຕ້ອນຮັບໄດ້ຈັດຂື້ນຢ່າງສົມກຽດ ຈາກນັ້ນໄດ້ມີການພົບປະສອງຝ່າຍ ເຊິ່ງທັງສອງກອງທັບ ລາວ-ຈີນ ໄດ້ແຈ້ງສະພາບການພົ່ນເດັ່ນທາງດ້ານການ
ເມືອງເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນ ດ້ານວຽກງານປ້ອງກັນຊາດທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມື
ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ, ທັງນີ້ຍັງແນໃສ່ ເພີ່ມທະວີການຮ່ວມມືດ້ານ
ການທະຫານຢ່າງຮອບດ້ານລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຍັງໄດ້ລົງ
ນາມແຜນການຮ່ວມມືນຳກັນໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກຄົບຖ້ວນວຽກງານການຮ່ວມ
ມືປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ສປ ຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານອຸ ປະກອນເຕັກນິກທາງການທະຫານໃຫ້ແກ່ກອງທັບ
ປະຊາຊົນລາວ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ຂອງທ່ານ ພົນເອກ ສາງວ້ານສວນ ພ້ອມຄະນະຜູ້ ແທນການທະຫານຂັ້ນສູງ ສປ ຈີນ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ
ສາຍພົວພັນການຮ່ວມມືລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ ພ້ອມ
ທັງສະແດງຄວາມຂອບໃຈຕໍ່ລັດຖະບານ ສປ ຈີນ ກໍຄືກະຊວງປ້ອງກັນປະເທດ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ ສປປ ລາວ ດ້ວຍດີ
ຕະຫຼອດມາ. ພ້ອມດຽວກັນ, ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ຢ່າງສົມກຽດໃຫ້ແກ່ກອງທັບປົດປ່ອຍປະຊາຊົນ ຈີນ ທີ່ມີຜົນງານຄຸນງາມ ຄວາມ
ດີປະກອບສ່ວນຊ່ວຍເຫຼືອລ້າທາງດ້ານວັດຖຸ-ອຸປະກອນ ແລະ ພາຫະນະເຂົ້າໃນການກະກຽມ ແລະ ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງ
ທີ 10 ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບກຽດເປັນເຈົ້າພາບໄດ້ຮັບຜົນສຳເລັດເປັນຢ່າງດີ. ຜົນງານດັ່ງກ່າວເປັນການປະກອບສ່ວນທີ່ສຳຄັນ
ໃນການເສີມຂະຫຍາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຈີນ.