ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການເຝິກຊ້ອມຂອງໜ່ວຍງານຜູ້ຊ່ຽວຊານດ້ານການຊ່ວຍເຫຼືອ
ມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ແລະ ແພດທະຫານ


     ​ການເຝິກຊ້ອມສູນບັນຊາ ແລະພາກສະໜາມຂອງໜ່ວຍງານຜູ້ຊ່ຽວຊານດ້ານການຊ່ວຍເຫຼືອມະນຸດສະທຳ ແລະບັນເທົາທຸກໄພພິບັດ ແລະແພດທະ
ຫານ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຫຼື AM-HEx 2016 ໄດ້ຈັດຂຶ້ນທີ່ຄ້າຍມົນທົນທະຫານຮາບທີ 14, ແຂວງຊົນບູ
ລີ, ຣາຊະອານາຈັກໄທ ໃນລະຫວ່າງວັນທີ 1-11 ກັນຍາ 2016 ໂດຍການເປັນປະທານຮ່ວມຂອງກອງທັບປະຊາຊົນລາວ, ກອງທັບຍີ່ປຸ່ນໄທ ແລະຣັດເຊຍ.


                                             

     ທ່ານ ພົນຕີ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ ພ້ອມ
ດ້ວຍຄະນະໄດ້ຮັບກຽດເຂົ້າຮ່ວມພິທີເປີດຂອງການເຝິກຊ້ອມໃນຄັ້ງນີ້ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ກັນຍາ 2016 ຜ່ານມານີ້, ໃຫ້ກຽດເປັນ
ປະທານເປີດພິທີດັ່ງກ່າວ, ມີທ່ານ ພົນເອກ ປະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກໄທ. ນອກ
ຈາກນີ້ກໍຍັງມີແຂກກິດຕິມະສັກ, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະອາຊຽນ-ບວກ, ເອກອັກຄະລັດຖະທູດ ແລະທີ່ປຶກສາທູດ
ຝ່າຍປ້ອງກັນຊາດຂອງບັນດາປະເທດສະມາຊິກ 18 ປະເທດ, ກອງເລຂາອາຊຽນຈາກາຕາ, ສູນປະສານງານອາຊຽນ ແລະອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ
ຈຳນວນໜຶ່ງກໍໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ.

     ການເຝິກຊ້ອມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກກອງທັບຂອງບັນດາປະເທດສະມາຊິກອາຊຽນ ແລະອາຊຽນ-ບວກ ລວມທັງໝົດ 2 ພັນກວ່າຄົນເຂົ້າຮ່ວມ
ໃນກິດຈະກຳຕ່າງໆຂອງການເຝິກຊ້ອມຄື: ການຄວບຄຸມສູນບັນຊາ ແລະການເຝິກຊ້ອມພາກສະໜາມ ໂດຍສະເພາະແມ່ນການຄົ້ນຫາ, ກູ້ໄພ ແລະການໃຫ້
ປະຖົມພະຍາບານແກ່ຜູ້ປະສົບໄພພິບັດໃນເຫດການຕຶກຖະຫຼົ່ມ, ເຂດທີ່ບໍ່ສາມາດເຂົ້າໄປຫາໄດ້, ການລຶບລ້າງສານເຄມີຮົ່ວໄຫຼ, ການຄົ້ນຫາ, ກູ້ໄພທາງທະ
ເລ ແລະການລຳລຽງເຄື່ອນຍ້າຍຜູ້ປະສົບໄພທາງອາກາດ. ກອງທັບປະຊາຊົນລາວໄດ້ສົ່ງກຳລັງທັງໝົດ 40 ຄົນເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້, ເຊິ່ງປະ
ກອບເຂົ້າໃນການເຝິກຊ້ອມສູນບັນຊາ 9 ຄົນ, ພາກສະໜາມ 30 ຄົນ ແລະພະນັກງານປະສານງານປະຈຳຢູ່ສູນແພດທະຫານອາຊຽນ 1 ຄົນ.

     ການເຂົ້າຮ່ວມກິດຈະກຳດັ່ງກ່າວນີ້ ແມ່ນເຫດການສຳຄັນສຳລັບກອງທັບປະຊາຊົນລາວໃນການແລກປ່ຽນປະສົບການ ແລະບົດຮຽນໃນການຮັບມືກັບ
ໄພພິບັດ ກັບກອງທັບຂອງບັນດາປະເທດສະມາຊິກອາຊຽນ ແລະອາຊຽນ-ບວກ ເພື່ອເສີມຂະຫຍາຍການພົວພັນຮ່ວມມື, ເສີມສ້າງຂີດຄວາມສາມາດຂອງ
ກອງທັບປະຊາຊົນລາວ ໃນການຮັບມືກັບໄພພິບັດໃນພາກພື້ນອາຊຽນ ແລະສາກົນ ທັງເປັນເຫດການໃນປະຫວັດສາດທີ່ກອງທັບປະຊາຊົນລາວໄດ້ເຂົ້າ
ຮ່ວມເຝິກຊ້ອມກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012