ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ຂະ​ບວນການ​ກໍ່ສ້າງ​ຮາກ​ຖານ​ເຂັ້ມ​ແຂ​ງ
ໜ່ວຍ​ພັກ​ຮູ້​ນຳພາ​ຮອບ​ດ້ານ​ຂອງ​ຄະນະ​ພັກ​ຮາກ​ຖານ
ກົມ​ ວິທະຍາສາດ-ປະຫວັດສາດ
ການ​ທະຫານ ສົກ​ປີ 2014-2015.


     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 07/09/2016, ຢູ່ທີ່ ກົມ ວສ-ປສ ການທະຫານ ໄດ້ເປີດກອງປະຊຸມສະຫຼຸດຖອດຖອນບົດຮຽນຂະບວນການກໍ່ສ້າງຮາກ
ຖານເຂັ້ມແຂງ ໜ່ວຍພັກຮູ້ນຳພາຮອບດ້ານຂອງຄະນະພັກຮາກຖານ ກົມ ວສ-ປສ ການທະຫານ ປະຈຳປີ 2014-2015 ໂດຍໃຫ້ກຽດເຂົ້າຮ່ວມຂອງ
ທ່ານ ພົ. ວ ສອນທອງ ພົມລາວົງ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງ
ພາຍໃນກົມ ວສ-ປສ ການທະຫານ ເຂົ້າຮ່ວມຢ່າງພ້ອມພຽງ.


                                             

     ພັ.ອ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ຄະນະພັກຮາກຖານກົມ ວສ-ປສ ການທະຫານ ໄດ້ຂື້ນຜ່ານບົດສະຫຼຸບວຽກງານພັກ
ວຽກງານການເມືອງ ຂອງຄະນະພັກຮາກຖານ ເຊິ່ງສາມາດສູ້ຊົນໄດ້ໜ່ວຍພັກແຂງຮູ້ນຳພາຮອບດ້ານຈຳນວນ 4 ໜ່ວຍພັກ, ໜ່ວຍພັກແຂງ 4 ໜ່ວຍ ໃນ ນັ້ນສາມາດຕີລາຄາມາດຖານເປັນເປິເຊັນຕາມ 5 ມາດຖານ 5 ເນື້ອໃນຄື: ມາດຖານ 1=89,72%, ມາດຖານ 2=90,35%, ມາດຖານ 3=90,02%, ມາດຖານ 4=90,38% ແລະມາດຖານ 5=89,50%. ນອກນັ້ນຍັງໄດ້ວາງທິດທາງແຜນການວຽກງານພັກ-ວຽກງານການເມືອງ ປະຈຳປີ 2017 ໂດຍອິງ
ໃສ່ 5 ເນື້ອໃນ 5 ມາດຖານ ເພື່ອສຶບຕໍ່ປະຕິບັດໃຫ້ໄດ້ຕາມຄາດໝາຍຂອງຄະນະພັກກະຊວງປ້ອງກັນປະເທດ.

     ຈາກນັ້ນ ພັ.ທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງກົມ ວສ-ປສ ການທະຫານ ກໍ່ໄດ້ຂື້ນອ່ານຂໍ້ຕົກລົງຂອງຄະນະພັກກະຊວງປ້ອງກັນ
ປະເທດ ສະບັບເລກທີ 691/ຄພກຊ, ລົງວັນທີ 29/02/2016 ວ່າດ້ວຍການຮັບຮອງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ເຊິ່ງໄດ້ຮັບຮອງ 4 ໜ່ວຍ
ພັກແຂງຮູ້ນຳພາຮອບດ້ານຄື: 1. ໜ່ວຍພັກວິທະຍາສາດ, 2. ໜ່ວຍພັກປະຫວັດສາດ, 3. ໜ່ວຍພັກຍຸດທະສາດ, 4. ໜ່ວຍພັກຂໍ້ມູນ-ຂ່າວສານ ແລະ
ໜ່ວຍພັກແຂງ 4 ໜ່ວຍຄື: 1. ຫ້ອງການ, 2. ບໍລິຫານ, 3. ການເງີນ, 4. ການເມືອງ. ແລະໄດ້ອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກ
ທີ 3285/ກປທ, ລົງວັນທີ 11/09/2015, ວ່າດ້ວຍການມອບຫຼຽນກຽດຕິຄຸນໃຫ້ພະນັກງານ-ນັກຮົບ ກົມ ວສ-ປສ ການທະຫານ ມີຈຳນວນ 15 ສະ
ຫາຍ.

     ໂອກາດນີ້ທ່ານ ພົ.ວ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ໄດ້ໃຫ້ທິດຊີ້ນຳວ່າ “ ຕ້ອງຍົກສູງດ້ານວຽກງານການເມືຶອງນຳພາແນວ
ຄິດຊີ້ນຳ-ນຳພາ ພະນັກງານນັກຮົບ ເຮັດວຽກແບບລວມສູນປະຊາທິປະໄຕ ບຸກຄົນຮັບຜິດຊອບ, ຕິດຕາມກວດກາດ້ານວຽກງານວິຊາສະເພາະກໍ່ຄືປັບປຸງ
ບູລະນະກົມກອງ, ກໍ່ສ້າງພະນັກງານລຸ່ນສືບທອດເພື່ອປ່ຽນແທນໃຫ້ມີຄວາມສາມາດ-ຄຸນສົມບັດສິນທຳປະຕິິວັດ, ສ້າງກອງປອດໃສ-ປອດຄະດີ. ໂດຍສະ
ເພາະໜ່ວຍພັັກທີໄດ້ຮັບຮອງເປັນກອງເຂັ້ມແຂງຮູ້ນຳພາຮອບດ້ານ ແລະບັນດາໜ່ວຍພັກແຂງໃຫ້ສືບຕໍ່ຮັກສາມູນເຊື້ອດັ່ງກ່າວໃຫ້ນັບມື້ນັບເຂັ້ມແຂງ ”.

     ສຸດທ້າຍ ພັ.ທ ຄຳສິງ ພັນທະວົງ ຫົວໜ້າໜ່ວຍພັກ ຍຸດທະສາດ ຕາງໜ້າພະນັກງານ-ນັກຮົບ ພາຍໃນກົມ ກໍ່ໄດ້ຂື້ນຮັບຄຳໂອ້ລົມຂອງປະທານ ໂດຍ
ໄດ້ໃຫ້ຄຳໝັ້ນສັນຍາວ່າ “ 1. ຈະສືບຕໍ່ອອກແຮງເພີ່ມທະວີດ້ານການເມືອງແນວຄິດໃຫ້ໜັກແໜ້ນ 2. ຖືເອົາການດຳລົງຊີວິດຫັນເປັນປົກກະຕິ, ຕຳນິຕິຊົມ
ເຊິ່ງກັນ ແລະກັນ, 3. ຕັ້ງໜ້າສ້າງພັກໃຫ້ເຂັ້ມແຂງ, 4. ປັບປຸງແບບແຜນນຳພາຂອງພັກເປັນຕົ້ນເຮັດວຽກແບບລວມສູນປະຊາທິປະໄຕ, ຕາມລະບຽບຫຼັກ
ການຂອງພັກວາງອອກ 5. ສູ້ຊົນຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ ແລະ26 ໂຄງການ ຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກໃຫ້ເກີດດອກ
ອອກຜົນ.

 

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012