ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບເປີດສົກຮຽນໃໝ່ 2016-2017


     ​ໃນວັນທີ 6 ກັນຍາ ນີ້, ວິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ 2016-2017 ລະບົບກໍ່ສ້າງບຳລຸງ ໂດຍການເປັນປະ
ທານຂອງ ທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກກະຊວງ, ຫົວຫນ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການວິທະຍາຄານ
ພະລາທິການ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຕີພູວົງວົງພົມ ເປັນປະທານພິທີເປີດສົກຮຽນໃໝ່ 2016-2017 ຢູ່ວິທະຍາຄານພະລາທິການກອງທັບ

                                             

     ໂອກາດດັ່ງກ່າວ ພັນໂທ ບຸນກ້ຽງ ວົງສາລາດ ຄະນະພັກ ຄະນະອຳນວຍການ, ຫົວຫນ້າຫ້ອງອົບຮົມໄດ້ຂຶ້ນຜ່ານແຜນການເປີດສົກຮຽນປະຈຳ
ປີ 2016-2017 ວ່າ: ໃນສົກຮຽນ 2016-2017 ນີ້, ປະກອບມີ 4 ລະບົບກໍ່ສ້າງຄື: ລະບົບກໍ່ສ້າງປະລິນຍາຕີ 4 ປີ, ລະບົບກໍ່ສ້າງຊັ້ນກາງ 2 ປີ, ລະ
ບົບກໍ່ສ້າງຊັ້ນສູງເລັ່ງລັດ 1 ປີ, ລະບົບບຳລຸງ 5 ເດືອນ, ມີນັກສຶກສາທັງໝົດ 260 ສະຫາຍ ທີ່ຄັດເລືອກມາຈາກບັນດາກົມກອງທົ່ວກອງທັບ.

     ໃນໂອກາດເປີດສົກຮຽນດັ່ງກ່າວ ທ່ານ ພົນຕີ ພູວົງ ວົງພົມ ໄດ້ຮຽກຮ້ອງມາຍັງບັນດາຄູອາຈານນັກ ຮຽນ-ນັກສຶກສາ ຈົ່ງເພີ່ມທະວີຄວາມເປັນ
ເຈົ້າການສິດສອນເຝິກຝົນຫລໍ່ຫລອມຕົນເອງ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນໃຫ້ກາຍເປັນນັກສຶກສາດີເດັ່ນ ແລະມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນ
ປະຕິບັດຫນ້າທີ່ສຶກສາຮ່ຳຮຽນຂອງໃຜລາວໃຫ້ມີຜົນສຳເລັດເປັນຢ່າງດີ, ສືບຕໍ່ປັບປຸງວິທະຍາຄານໃຫ້ມີແບບແຜນຈົບງາມ, ມີໂສມໜ້າໃໝ່ດີຂຶ້ນເລື້ອຍໆ
ຕ້ອງຖືເປັນສຳຄັນໃນການຫັນເອົາການຄຸ້ມຄອງດ້ວຍຂໍ້ກຳນົດກົດລະບຽບທີ່ຮັດກຸມ ແລະເຂັ້ມງວດນັບທັງອົງການ ແລະນັກສຶກສາ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012