ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ ຄຳໄຕ ສີພັນດອນ ໂອ້ລົມການນຳກະຊວງປ້ອງກັນປະເທດ


     ​ດ້ວຍຄວາມຮັກແພງ ແລະເປັນຫ່ວງເປັນໃຍຕໍ່ຄະນະນຳ, ນາຍທະຫານຂັ້ນສູງ, ທ່ານ ປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດ
ໄດ້ມາພົບປະໂອ້ລົມການນຳນາຍທະຫານຂັ້ນສູງກະຊວງປ້ອງກັນປະເທດໃນວັນທີ 9 ກັນຍານີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນໂທ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ-ນາຍທະຫານຂັ້ນສູງເຂົ້າຮ່ວມ.


                                             

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານໂດຍສັງເຂບຂອງກະຊວງປ້ອງກັນປະເທດໃນໄລ
ຍະຜ່ານມາ, ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເປັນຕົ້ນແມ່ນວຽກງານປິ່ນອ້ອມ 4 ແຜນງານໃຫຍ່ 26 ໂຄງການ ແລະບັນຫາອື່ນໆທີ່ກ່ຽວຂ້ອງ.

     ໂອກາດນີ້ ທ່ານ ຄຳໄຕ ສີພັນດອນ ກໍໄດ້ໂອ້ລົມໃຫ້ກຳລັງໃຈ ແລະໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ພ້ອມທັງໄດ້ຕີລາຄາສູງຕໍ່ກັບຜົນງານທີ່ຄະນະ
ນຳກະຊວງປ້ອງກັນປະເທດຍາດມາໄດ້ໃນໄລຍະຜ່ານມາ ແລະໄດ້ຮຽກຮ້ອງໃຫ້ຄະນະນຳ ແລະນາຍທະຫານຂັ້ນສູງຈົ່ງພ້ອມກັນເອົາໃຈໃສ່ ເພີ່ມທະວີວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງ, ຍົກສູງບົດບາດການນຳພາຂອງພັກໃນກອງທັບ, ເຮັດວຽກເປັນໝູ່ຄະນະ, ລວມສູນປະຊາທິປະໄຕມອບ
ໃຫ້ບຸກຄົນຮັບຜິດຊອບ, ປັບປຸງແບບແຜນວິທີເຮັດວຽກຂອງແຕ່ລະຄົນໃຫ້ສອດຄ່ອງມີວິທະຍາສາດ, ຮັກສາຄວາມສາມັກຄີເປັນປຶກແຜ່ນ, ເຮັດສຳເລັດ
ໜ້າທີ່ການເມືອງຂອງຕົນເປັນຢ່າງດີ, ສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານນາຍທະຫານມີຄຸນສົມບັດສິທຳປະຕິວັດ, ຍົກລະດັບຄວາມຮູ້ຄວາມສາມາດ ປັບ
ປຸງກໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງ ແລະທັນສະໄໝຢ່າງບໍ່ຢຸດຢັ້ງ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012