ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສາລະວັນ-ກວາງຈິ ຮ່ວມມືແກ້ໄຂການລັກລອບເຂົ້າເມືອງຜິດກົດໝາຍ


     ​ກອງປະຊຸມຮ່ວມມືການຕ້ານ ແລະສະກັດກັ້ນ, ການລັກລອບຍົກຍ້າຍຖິ່ນຖານຜິດກົດໝາຍຂອງປະຊາຊົນເຜົ່າມົ້ງຫວຽດນາມເຂົ້າມາຢູ່ລາວ, ຂອງ
ກອງບັນຊາການທະຫານແຂວງສາລະວັນກັບກອງບັນຊາການທະຫານຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ
2016 ນີ້, ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງສາລະວັນ, ໂດຍມີສະຫາຍ ພັນໂທ ສຳລີ ແກ້ວວົງສອງ ຄະນະພັກກອງບັນຊາການຫົວໜ້າ ຫ້ອງເສນາທິການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍສະຫາຍ ພັນເອກ ພິເສດ ຫງວຽນດິ້ງຮ່າ ຮອງກອງບັນຊາການທະ
ຫານຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມເຂົ້າຮ່ວມ.


ກອງບັນຊາການທະຫານແຂວງສາລະວັນ ກັບກອງບັນຊາການທະຫານຊາຍແດນແຂວງກວາງຈິ ຮ່ວມມືແກ້ໄຂການລັກລອບເຂົ້າເມືອງຜິດກົດໝາຍ

                                             

     ໃນກອງປະຊຸມທັງສອງຝ່າຍໄດ້ເປັນເອກະພາບກັນຮັບຮອງເອົາແຜນການຕ້ານ ແລະສະກັດກັ້ນການຍົກຍ້າຍຖິ່ນຖານຂອງຊົນເຜົ່າມົ້ງຫວຽດນາມເຂົ້າ
ມາລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະນຳເອົາກົດໝາຍຊາຍແດນຂອງທັງສອງຊາດ, ລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນທີ່ຕັ້ງຖິ່ນຖານພູມລຳເນົາລຽບຕາມຊາຍ
ແດນໃຫ້ເຂົ້າໃຈປຸກລະດົມໃຫ້ເຂົາເຈົ້າເຮັດການຜະລິດສ້າງຊີວິດການເປັນຢູ່ທີ່ໝັ້ນຄົງ. ພ້ອມນີ້ກໍໄດ້ເຫັນດີເປັນເອກະພາບໃຫ້ບັນດາກົມກອງທະຫານຊາຍ
ແດນທີ່ຂຶ້ນກັບແຂວງກວາງຈິ ແລະກອງຮ້ອຍທະຫານຊາຍແດນ 511 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສາລະວັນ ຕ້ອງສົມທົບກັນເຄື່ອນໄຫວ
ກວດກາລາດຕະເວນ, ຄຸ້ມຄອງຊາຍແດນ-ຫຼັກໝາຍຊາຍແດນຂອງສອງປະເທດ ລາວ-ຫວຽດນາມ, ໃຫ້ກາຍເປັນເສັ້ນຊາຍແດນມິດຕະພາບ, ສັນ ຕິພາບ
ແລະການຮ່ວມມືຢ່າງແທ້ຈິງ.

     ຕອນທ້າຍກອງປະຊຸມທັງສອງຝ່າຍຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກຢ່າງເປັນທາງການ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012