ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ຢູ່ເຂດ 6 ແຂວງຈຳປາສັກ


     ​ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານພັກ-ວຽກງານການເມືອງໃນທົ່ວກອງທັບປະຈຳໄຕ
ມາດ III ປີ 2016 ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນເຂດ 6 ແຂວງຈຳປາສັກໃນວັນທີ 13 ກັນຍາ 2016 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ
ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນເຂດ 6 ກົມ
ກອງພາກໃຕ້ເຂົ້າຮ່ວມ.


ພົນຕີແອສະໄໝເລືອງວັນໄຊ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ຢູ່ເຂດ 6 ແຂວງຈຳປາສັກ

                                             

     ໂອກາດນີ້, ຜູ້ຕາງໜ້າບັນດາກົມກອງທ້ອງຖິ່ນໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ແລະປາກົດການຫຍໍ້ທໍ້ທີ່ ເກີດຂຶ້ນໃນສັງຄົມກໍຄືຢູ່ກົມກອງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນສະພາບການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ
ແລະນັກຮົບ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະວຽກງານອື່ນໆທີ່ກ່ຽວຂ້ອງ.

     ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມ
ກອງຍາດ ມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ເຮັດວຽກງານສຶກສາອົບ
ຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ
ຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະເຂັ້ມແຂງ
ທາງດ້ານການຈັດຕັ້ງ ພ້ອມກັນຕ້ານ ແລະສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012