ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍພາກສ່ວນຊ່ວຍເຫຼືອຊື້ພາຫະນະໃຫ້ທະຫານຊາຍແດນເຂດພາກໃຕ້

     ວັນທີ 13 ສິງຫາ 2018 ນີ້, ບໍລິສັດຕ່າງໆໄດ້ມອບເງິນລວມ ຈໍານວນ 76.000.000 ກີບ ເພື່ອນໍາໄປຊື້ລົດຊິ້ງທັງໝົດຈໍານວນ 2 ຄັນ ໃຫ້ທະຫານ
ຊາຍແດນທີ່ກໍາລັງປະຕິບັດໜ້າທີ່ປົກປັກຮັກສາເຂດນໍ້າແດນດິນຂອງປະເທດຊາດຢູ່ເຂດພາກໃຕ້ ໂດຍແມ່ນ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການ
ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບເປັນຜູ້ກ່າວຮັບ.


ພົນໂທ ວິໄລ ຫຼ້າຄໍາຟອງ ກ່າວຮັບເງິນຊ່ວຍເຫຼືອຈາກຫຼາຍພາກສ່ວນຊ່ວຍເຫຼືອຊື້ພາຫະນະໃຫ້ທະຫານຊາຍແດນເຂດພາກໃຕ້

     ບັນດາບໍລິສັດທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ປະກອບມີບໍລິສັດ ໄຊນາເບສ ໂຮນດິ້ງ ຈໍາກັດ ມອບເງິນຈໍານວນ 38.000.000 ກີບ, ກຸ່ມບໍລິສັດຈະ
ເລີນວັດທະນາ, ຟາມເສືອແຂວງຄໍາມ່ວນ, ບໍລິສັດເທບຈະເລີນປະກັນໄພ, ບໍລິສັດເອບີກໍສ້າງຂົວ-ທາງ, ບໍລິສັດພົງສະຫວັນອະສັງຫາລິມະສັບ, ບໍລິສັດວົງ
ວິໄລຈະເລີນກໍ່ສ້າງຮ່ວມກັນມອບ 38.000.000 ກີບ.

     ໂອກາດນີ້, ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ບັນດາບໍລິສັດທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານຊາຍ
ແດນ ເຊິ່ງໄດ້ປະກອບສ່ວນທຶນຮອນຂອງຕົນຊື້ພາຫະນະປະກອບໃຫ້ແກ່ກໍາລັງທະຫານຊາຍແດນໃນເທື່ອນີ້ ອັນຈະເປັນການອໍານວຍຄວາມສະດວກໃຫ້ແກ່
ອ້າຍນ້ອງທະຫານໃນການເຄື່ອນໄຫວກວດກາລາດຕະເວນຕາມຊາຍແດນເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ນໃນລະດູຝົນ ເຊິ່ງມີຄວາມຫຍຸ້ງຍາກໃນ
ການເດີນທາງໄປມາ.