ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຂະບວນການຫັດແອບປ້ອງກັນ ແລະ ຄວບຄຸມໄພພິບັດທາງທຳມະຊາດ

     ຄະນະຮັບຜິດຊອບຄວບຄຸມ ແລະ ຕ້ານໄພພິບັດທາງທຳມະຊາດຂອງກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດຂະບວນການເຝິກຊ້ອມຫັດແອບປ້ອງ
ກັນ ແລະ ຄວບຄຸມໄພພິບັດທາງທຳມະຊາດປະຈຳປີ 2017 ຂຶ້ນທີ່ ສະໂມສອນຫ້ອງວ່າການປົກຄອງເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນທີ 11
ສິງຫານີ້, ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳຄວບຄຸມ ແລະ ຕ້ານໄພພິບັດທາງທຳມະຊາດກະຊວງປ້ອງກັນປະເທດ ເຊິ່ງມີຄະນະນຳ 4 ກົມໃຫຍ່ຂອງ
ກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນຄວາມສະຫງົບຄະນະນຳແຂວງສະຫວັນນະເຂດ, ທ່ານເຈົ້າເມືອງ ເມືອງໄຊບູລີ, ທ່ານຫົວໜ້າກົມ
ສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ພ້ອມ
ດ້ວຍຜູ້ປະສານງານຂອງແຕ່ລະກະຊວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມຈຳນວນ 260 ກວ່າສະຫາຍ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານເປີດຂະບວນການເຝິກຊ້ອມຫັດແອບປ້ອງກັນ ແລະ ຄວບຄຸມໄພພິບັດທາງທຳມະຊາດປະຈຳປີ 2017

     ພັນໂທ ສິງຄໍາ ພິມມະວົງ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ຜູ້ຮັບຜິດຊອບວຽກງານພັກ-ວຽກງານການເມືອງບັ້ນຫັດແອບດັ່ງກ່າວ,
ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງໂດຍອີງຕາມຄຳສັ່ງແນະນຳຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ວ່າດ້ວຍການຈັດຕັ້ງຫັດແອບ
ປ້ອງກັນ ແລະ ຄວບຄຸມໄພພິບັດທາງທຳມະຊາດປະຈຳປີ 2017, ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການຈັດຕັ້ງຫັດແອບຕົວຈິງໃຫ້ໄດ້ຮັບຜົນດີ. ນອກຈາກ
ນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ຄະນະຮັບຜິດຊອບ, ບັນດາອະນຸກຳມະການ, ແລະ ພາກສ່ວນເຂົ້າຮ່ວມ
ເຝິກຊ້ອມຄັ້ງນີ້, ເພື່ອເປັນການສ້າງຄວາມຮູ້ພື້ນຖານຍົກສູງ, ຂີດຄວາມສາມາດ ແລະ ສ້າງໃຫ້ເກີດຄວາມຊຳນິຊຳນານແກ່ນາຍ ແລະ ພົນທະຫານໃນຖັນ
ແຖວກອງທັບປະຊາຊົນລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມພ້ອນໃນການຮັບມື, ຕ້ານ ແລະ ຄວບຄຸມໄພພິບັດຈາກທຳມະຊາດໃຫ້ທັນການ
ໃນເມື່ອມີສະພາບເກີດຂຶ້ນການຮັບປະກັນໄດ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາເຜົ່າຂອງສ່ວນລວມບໍ່ໃຫ້ມີຜົນກະທົບແຮງ ໂດຍການເຝິກ
ອົບຮົມໃນຄັ້ງນີ້ຈະດໍາເນີນເປັນເວລາ 7 ວັນ (ແຕ່ວັນທີ 10-16 ສິງຫາ 2017) ຈຶ່ງຈະໄດ້ອັດລົງ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນຊີ້ໃຫ້ເຫັນຄວາມໝາຍສຳຄັນຂອງການຈັດຕັ້ງອົບຮົມຫັດແອບ
ໃນຄັ້ງນີ້ແມ່ນເພື່ອກະກຽມຄວາມພ້ອມໃນການຕ້ານ ແລະ ຮັບມືຈາກໄພພິບັດທາງທຳມະຊາດ ໂດຍສະເພາະອຸທົກກະໄພໃນລະດູຝົນ ພ້ອມທັງເນັ້ນໜັກ
ໃຫ້ຄະນະຮັບຜິດຊອບ, ພະນັກງານ-ນັກຮົບປະຈຳພາກສະໜາມ ແລະ ເທິງແຜນທີ່ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເຊື່ອມຊຶມກຳແໜ້ນ
ຈຸດປະສົງຄາດໝາຍເນື້ອໃນຂອງການເຝິກຊ້ອມ ພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກເຮັດໃຫ້ ການຫັດແອບຄັ້ງນີ້ໄດ້ຮັບຜົນສຳເລັດຕາມແຜນການຄາດໝາຍ
100%.