ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 6 ຄົນ

     ໃນວັນທີ 13 ມີຖຸນາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງ
ເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານສະພາບການລະບາດຂອງພະຍາດ
COVID-19 ຢູ່ໃນ ສປປ ລາວ ໃຫ້ຮູ້ວ່າ: ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,348 ຕົວຢ່າງ, ກວດພົບຜູ້ຕິດເຊື້ອທັງໝົດ 06 ກໍລະນີ, ຈາກ ນະ
ຄອນຫຼວງວຽງຈັນ 4 ກໍລະນີ ແລະ ສະຫວັນນະເຂດ 1 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ, ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອ
ໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, 1 ຄົນ ຈາກແຂວງສະຫວັນນະເຂດແມ່ນແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍ
ຖືກຕ້ອງຕາມກົດໝາຍ, 1 ຄົນ ຈາກແຂວງຫຼວງນ້ຳທາແມ່ນສັນຊາດຈີນທີ່ອອກຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຜ່ານ ຫຼວງນ້ຳທາເພື່ອຈະກັບໄປ
ຈີນ ແລ້ວກວດພົບເຊື້ອ (ຜູ້ກ່ຽວບໍ່ໄດ້ໄປເຂດເມືອງຕົ້ນເຜີ້ງ), ຕິດເຊື້ອສະສົມທັງໝົດ 1,996 ກໍລະນີ (ໃໝ່ 6), ເສຍຊີວິດ 3 ກໍລະນີ (ໃໝ່ 0), ປິ່ນປົວ
ຫາຍດີສະສົມ 1,862ກໍລະນີ, ກຳລັງປິ່ນປົວ 131 ກໍລະນີ. + ກ່ຽວກັບ 4 ກໍລະນີ ( ກໍລະນີ 1932 ຫາ 1935 ) ທີ່ພົບ ຢູ່ນະຄອນຫຼວງວຽງຈັນ ມີລາຍ
ລະອຽດດັ່ງຕໍ່ໄປນີ້: 1.ກໍລະນີ 1932: ຊື່ ທ້າວ ຖິ່ນ, ອາຍຸ 26 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງ
ຈັນ, ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອີກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນ
ທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ, ມາຮອດປັດຈຸບັນນີ້ຄົນເຈັບໄດ້ມາປິ່ນປົວຢູ່ໂຮງໝໍສູນກາງ 103
ກອງທັບ 2. ກໍລະນີ1933 ເພດຍິງ, ອາຍຸ 52 ປີ, ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32,
ເມືອງຈັນທະບູລີ, ນະຄອນຫຼວວຽງຈັນ, ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021,
ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 - 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ, 3.ກໍລະນີ 1934 : ເພດຍິງ, ອາຍຸ 36 ປີ, ອາຊີບແມ່ເຮືອນ,
ບ້ານໜອງແຕ່ງເໜືອ ຮ່ອມ 15, ເມືອງສີໂຄດຕະບອງ, ບໍ່ມີອາການຫຍັງ, ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາ
ກ່ອນໜ້ານີ້ ແລ້ວ ຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021, ວັນທີ 7 ຫາ ທີ 8 ເດືອນ ມີຖຸນາ ໄດ້ມີລູກສາວ ແລະ ລູກຊາຍມາ
ນອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ ຫາ ວັນທີ 13 ມີຖຸນາ ໄດ້ກັກໂຕຢູ່ບ້ານ 4. ກໍລະນີ 1935 : ເພດຍິງ, ອາຍຸ 16 ປີ, ອາຊີບ ແມ່ບ້ານ, ບ້ານສີໄຄ
ທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວວຽງຈັນ, ຜູ້ກ່ຽວບໍ່ມີອາການຫັຍງ, ມີປະຫັວດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມີຖຸນາ
ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ ມາຮອດປະຈຸບັນ ການລະບາດ ທົ່ວໂລກ ມີການລາຍງານຜູ້ຕິດເຊື້ອສະສົມທັງໝົດ 176,378,127 (344,783
ໃໝ່), ເສຍຊິວິດທັງໝົດ 3,809,960 (9,451 ໃໝ່), ປີ່ນປົວຫາຍດີ 160,336,167 (408,814 ໃໝ່) (ປະຈຸບັນ ຈຳນວນບ້ານແດງ ໃນນະຄອນ
ຫຼວງວຽງຈັນ ແມ່ນມີ 15 ບ້ານ ໃນ 07 ເມືອງ ແລະ ບໍ່ມີບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງໃນວັນທີ່ 13 ມີຖຸນາ 2021).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/06/2021