ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າອຳນວຍການ
ກອງວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບຜູ້ເກົ່າ ແລະ ຜູ້ໃໝ່


ພົນຈັດຕະວາ ວົງສອນ ອິນປານພິມ ເປັນປະທານພິທີມອບ-ຮັບໜ້າທີ່ຫົວໜ້າອຳນວຍການ
ກອງວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

      ພິທີມອບ-ຮັບໜ້າທີ່ຫົວໜ້າອຳນວຍການກອງວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 11 ມີຖຸນາ 2019
ນີ້, ຢູ່ທີ່ກອງວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະ
ຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກຫ້ອງການເມືອງ, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະ
ນະບັນຊາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່, ອີງຕາມກົດໝາຍວ່າດ້ວຍນາຍທະ
ຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4, ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການບູລະນະ
ກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ, ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ກະຊວງປ້ອງກັນປະເທດຕົກລົງຍົກຍ້າຍ ສະຫາຍ ພັນໂທ ຄຳສີ ລີຟຸ່ງ ອຳນວຍການກອງວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບຜູ້ເກົ່າໄປເປັນອຳນວຍການຫໍພິພິທະ
ພັນປະຫວັດສາດກອງທັບຜູ້ໃໝ່ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ຈະເລີນສຸກ ວັງເວີນໂຂງ ອຳນວຍການຫໍພິພິທະພັນປະຫວັດສາດກອງທັບຜູ້ເກົ່າ ມາເປັນອຳນວຍການກອງ
ວິທະຍຸກະຈາຍສຽງ ແລະ ໂທລະພາບກອງທັບຜູ້ໃໝ່.