ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບຈັດຕັ້ງປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຂອງຊາດ


ພົນຈັດຕະວາ ອ່ອນຈັນ ເພັດສະລາດ ເປັນປະທານປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຂອງຊາດ

     ໃນວັນທີ 13 ມິຖຸນາ 2019 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຂອງຊາດ ຄື: ມູນເຊື້ອການຜ່າວົງປິດລ້ອມຂອງກອງ
ພັນທີ 2 ວີລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 60 ປີ (18/5/1959-18/5/2019) ແລະ ວີລະກໍາໂຕນຄຸກຢ່າງມະຫັດສະຈັນທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ
ຄົບຮອບ 59 ປີ (24/5/1960-24/5/2019) ໂດຍການເປັນປະທານ ແລະ ໃຫ້ກຽດໃນການປາຖະກະຖາຄັ້ງນີ້ໂດຍແມ່ນສະຫາຍ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ອະ
ດີດຫົວໜ້າອົງການໄອຍາການທະຫານຂັ້ນສູງກອງທັບ, ອະດີດທະຫານສາລະວັດທະຫານທີ່ຮ່ວມເອົາບັນດາຜູ້ນຳອອກຄຸກໂພນເຄັງ, ມີຄະນະພັກ-ຄະນະບັນຊາກົມ, ກອງ,
ຫ້ອງການ, ພະແນກການ ແລະ ພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ກໍໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອວີລະກຳແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມ
ອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາຂອງ
ພັກ ແລະ ແນວລາວຮັກຊາດ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ໃນໄລຍະຜ່ານມາບັນດາວີລະກໍາໃນພາລະກິດຕໍ່ສູ້ບໍ່ຍອມຈໍານົນຕ້ານກັບຈັກກະພັດຜູ້
ຮຸກຮານຈົນສາມາດຕີເອົາຊະນະສັດຕູນັ້ນໄດ້ເປັນເຫດການອັນສໍາຄັນທາງປະຫວັດສາດຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວເຮົາ, ເຫດການດັ່ງກ່າວໄດ້ກາຍເປັນ
ບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວີລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ
ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບ ແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວເຂົ້າຮ່ວມການປະ
ຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກໂພນເຄັງ, ໂດຍໄດ້ມີການວາງແຜນລະອຽດຈຶ່ງສາມາດໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດ
ໄພ, ນອກນັ້ນການປາຖະກະຖາຄັ້ງນີ້ຍັງໄດ້ກ່າວເຖິງວີລະກຳຂອງພະນັກງານ-ນັກຮົບກອງພັນທີ 2 ຂອງຝ່າຍປະເທດລາວຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນຊຽງຂວາງ
ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກເດັດຂາດຕໍ່ສູ້ບໍ່ຍອມຈຳນົນຜ່າວົງປິດລ້ອມຂອງສັດຕູ ແລະ ສຸດທ້າຍກອງພັນທີ 2 ພ້ອມດ້ວຍ 91 ຄອບຄົວໄດ້ຜ່າວົງປິດລ້ອມຂອງ
ສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ.

     ທັງນີ້ກໍເພື່ອເປັນການສຶກສາອົບຮົມການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກ-ນັກຮົບໃນກົມກອງຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊີ່ງກ່ຽວກັບຄຸນສົມບັດ
ສິນທຳປະຕິວັດ, ຄຸນງາມຄວາມດີ ແລະ ມູນເຊື້ອທີ່ດີເດັ່ນຂອງພະນັກງານ-ນັກຮົບກອງພັນທີ 2 ພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່
ແລະ ສ້າງໃຫ້ກົມກອງມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ທັງເສີມຂະຫຍາຍມູນເຊື້ອກອງທັບໃນການຕໍ່ສູ້ກູ້ຊາດໃນຂະບວນການເຄື່ອນໄຫວເຮັດການປະຕິວັດຜ່ານມາ, ຕັ້ງໜ້າ
ປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ
ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ
ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພື່ອພັດທະນາຕົນເອງ, ກົມກອງ, ຄອບຄົວ ແລະ ປະເທດຊາດໃຫ້ຈະເລີນກ້າວໜ້າ.