ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນເຂົ້າຄ້າຍ
ອະດີດກອງພັນທີ 2 ຜ່າວົງປິດລ້ອມທົ່ງໄຫຫີນ-ແຂວງຊຽງຂວາງ

     ໃນຕອນບ່າຍວັນທີ 13 ມິຖຸນາ 2018 ນີ້, ທີ່ຫ້ອງປະຊຸມຊັ້ນ III ຂອງກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ, ກະຊວງປ້ອງກັນປະ
ເທດ ໄດ້ມີການເຊັນສັນຍາຮັບເໝົາໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນເຂົ້າຄ້າຍອະດີດກອງພັນທີ 2 ຜ່າວົງປິດລ້ອມທົ່ງໄຫຫີນ-ແຂວງຊຽງຂວາງລະ
ຫວ່າງ ທ່ານ ພົນຈັດ ຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ ໃນນາມຝ່າຍເຈົ້າຂອງໂຄງການ ແລະ ພັນເອກ ຫງວຽນ ວັນ ນາມ
ອຳນວຍການບໍລິສັດ CO ECCO ລາວ ຈໍາກັດຜູ້ດຽວ ເປັນຝ່າຍຮັບເໝົາກໍ່ສ້າງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາ
ທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳວຽກງານ ວສ-ປສ ການທະຫານ, ມີບັນດາຜູ້
ຕາງໜ້າຈາກກົມ, ກອງ, ຂະແໜງການ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ
ເຂົ້າຄ້າຍອະດີດກອງພັນທີ 2 ຜ່າວົງປິດລ້ອມທົ່ງໄຫຫີນ-ແຂວງຊຽງຂວາງ

     ໂດຍອີງໃສ່ແຜນການ ແລະ ງົບປະມານແຫ່ງລັດ ວ່າດ້ວຍການອະນຸມັດໃຫ້ກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ສະບັບເລກທີ 1729/ກປທ, ວັນທີ 27 ເມສາ 2018 ວ່າດ້ວຍການອະນຸມັດໂຄງການກໍ່ສ້າງໃຫ້ບໍລິສັດຮັບເໝົາ ແລະ ສະບັບເລກ
ທີ 1890/ກປທ, ວັນທີ 14 ພຶດສະພາ 2018 ວ່າດ້ວຍການອະນຸມັດເຊັນສັນຍາໂຄງການກໍໍ່ສ້າງເສັ້ນທາງປູຢ່າງສອງຊັ້ນເຂົ້າຄ້າຍອະ ດີດກອງພັນທີ 2 ຜ່າ
ວົງປິດລ້ອມທົ່ງໄຫຫີນ-ແຂວງຊຽງຂວາງ ໂດຍມອບໃຫ້ກົມ ວສ-ປສ ການທະຫານ ເຈົ້າຂອງໂຄງການ ກັບ ບໍລິສັດ COECCO ລາວ ຈໍາກັດຜູ້ດຽວ
ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງມີຄວາມຍາວໄລຍະທາງທັງໝົດ 11.316 ແມັດ, ໃນນັ້ນມີທາງປູຢາງສອງຊັ້ນ ຍາວ 6.542 ແມັດ ເປັນເສັ້ນທາງຕາມມາດຕະ
ຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງກຳນົດໄລຍະການກໍ່ສ້າງ 48 ເດືອນ (ຄາດຄະເນວັນທີ 13 ມິຖຸນາ 2022) ຈຶ່ງຈະສຳເລັດ.