ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ພູວົງ ວົງພົມ ຕ້ອນຮັບ
ຄະນະຜູ້ແທນກົມການເງິນກະຊວງປ້ອງກັນປະເທດຫວຽດນາມ

     ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພັນເອກ ພິເສດ ຫງຽນ ຊ່ວນ ຟຸກ ຮອງຫົວໜ້າກົມການເງິນກະຊວງ
ປ້ອງກັນປະເທດຫວຽດນາມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນ
ທີ 12-16ມິຖຸນາ 2017 ນີ້.


ພົນຕີ ພູວົງ ວົງພົມ ຕ້ອນຮັບຄະນະຜູ້ແທນກົມການເງິນກະຊວງປ້ອງກັນປະເທດຫວຽດນາມ

     ສະຫາຍ ພົນຕີ ພູວົງ ວົງພົມ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ປິຕິຍິນດີທີ່ຄະນະດັ່ງກ່າວໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ໃນເທື່ອນີ້ ແລະ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແບບພິເສດທີ່ເປັນມູນເຊື້ອອັນດີງາມມາແຕ່ຍາວນານລະຫວ່າງສອງຊາດ ສອງກອງທັບ ເວົ້າ
ລວມ, ເວົ້າສະເພາະແມ່ນລະຫວ່າງສອງກົມການເງິນຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຫວັງວ່າສະຫາຍຮອງກົມການເງິນຈະສືບຕໍ່ເສີມ
ຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງ ກອງທັບໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມທັງສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ສະຫາຍ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ອວຍພອນໃຫ້ສະຫາຍຮອງກົມການເງິນກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ຈົ່ງມີສຸຂະ
ພາບເຂັ້ມແຂງ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະ ປະສົບຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

     ສະຫາຍ ພັນເອກ ພິເສດ ຫງຽນ ຊ່ວນ ຟຸກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດແຫ່ງ ສປປ ລາວ ແລະ ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມໃນການແລກປ່ຽນບົດຮຽນ, ການຮ່ວມມືລະຫວ່າງສອງກອງທັບໃນຂົງເຂດ
ວຽກງານການເງິນໃຫ້ນັບມື້ຂະຫຍາຍຕົວດີຂຶ້ນຢ່າງບໍ່ຢຸດຢັ້ງ.