ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານ

.

     ວັນທີ 14 ພຶດສະພາ 2020 ນີ້, ຢູ່ກົມ ວສ-ປສ ການທະຫານ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຕົກລົງແຕ່ງຕັ້ງຮອງຫົວໜ້າ
ກົມ ວສ-ປສ ການທະຫານ ເພີ່ມເຕີມສອງສະຫາຍ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີສະຫາຍຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ພາຍໃນກົມເຂົ້າຮ່ວມ.

     ໃນພິທີສະຫາຍພັນໂທ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະ
ບັບເລກທີ 1327/ກປທ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງກ່ຽວກັບການປັບປຸງ ບູລະນະການຈັດຕັ້ງ ຂັ້ນນຳພາບັນຊາ ຕາມການຕົກລົງເຫັນດີຂອງ
ຄະນະພັກກະຊວງປ້ອງກັນປະເທດ, ດັ່ງນັ້ນ ຈຶ່ງໄດ້ຕົກລົງແຕ່ງຕັ້ງຮອງຫົວໜ້າກົມ ວສ-ປສ ການທະຫານເພີ່ມເຕີມສອງສະຫາຍຄື: ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ຫົວ
ໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ມາເປັນຮອງຫົວໜ້າກົມ ແລະ ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມ
ໄຊ ມາເປັນຮອງຫົວໜ້າກົມ ວສ-ປສ ການທະຫານ ເພີ່ມເຕີມ, ສ່ວນບັນດາສະຫາຍທີ່ມີຊື່ແລ້ວໃຫ້ຮັກສາໄວ້ຄືເກົ່າ