ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ລົງກວດກາຊີ້ນຳວຽກງານກະກຽມ
ໃຫ້ແກ່ການເປີດນຳໃຊ້ໂຮງໝໍຈຸດສຸມພັດທະນາ 60 ຕຽງຄັງວຽງ


ພົນຕີ ປອ ວົງຄໍາ ພົມມະກອນ ລົງກວດກາຊີ້ນຳວຽກງານກະກຽມ
ໃຫ້ແກ່ການເປີດນຳໃຊ້ໂຮງໝໍຈຸດສຸມພັດທະນາ 60 ຕຽງຄັງວຽງ ເມືອງໝອກແຂວງຊຽງຂວາງ

     ໃນຕອນເຊົ້າວັນທີ 10 ພຶດສະພາ 2019 ນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິ
ການກອງທັບ ພ້ອມດ້ວຍຄະນະຈາກກົມວິຊາສະເພາະ ແລະ ວິຊາການ, ປະທານບໍລິສັດດີດີພີຈະເລີນຊັບຈໍາກັດ ໄດ້ລົງກວດກາກະກຽມຄວາມພ້ອມການເປີດ ນໍາໃຊ້ໂຮງ
ໝໍຈຸດສຸມພັດທະນາ 60 ຕຽງຄັງວຽງ ເມືອງໝອກ ແຂວງຊຽງຂວາງ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ໄດ້ຮັບຟັງບົດສະຫຼຸບລາຍງານໂດຍຫຍໍ້ວຽກງານຮອບດ້ານປະຈຳເດືອນເມສາ 2019 ແລະ ທິດທາງແຜນ
ການຕໍ່ໜ້າຈາກ ສະຫາຍ ພັນໂທ ຄໍາຜຸຍ ຈັນທະວົງ ຮອງຫົວໜ້າຄະນະຊີ້ນໍາພັດທະນາກຸ່ມບ້ານຄັງວຽງປະຈໍາພາກສະໜາມ ເຊິ່ງໄດ້ຕີລາຄາສະພາບການລວມໃນໄລຍະ 1
ເດືອນຜ່ານມາ ສັງເກດໂດຍລວມເຫັນວ່າສະພາບການມີຄວາມສະຫງົບໂດຍພື້ນຖານ, ພະນັກງານ, ນາຍ ແລະ ພົນທະຫານມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າ
ທີ່ວຽກງານ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງການຈັດຕັ້ງມອບໝາຍໃຫ້, ສະພາບປະຊາຊົນສ່ວນ
ຫຼາຍມີຄວາມເຫັນດີເປັນເອກະພາບກັບແນວທາງໂຄງການພັດທະນາຂອງພັກ-ລັດ, ພ້ອມກັນສຸມໃສ່ການຜະລິດປູກພືດຕາມລະດູການຢ່າງເປັນຂະບວນການຟົດຟື້ນ, ເອົາ
ໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ປະຊາຊົນບັນດາເຜົ່າກຸ່ມບ້ານຄັງວຽງ ເຮັດໃຫ້ປະຊາຊົນເຂດດັ່ງກ່າວມີຄວາມເຊື່ອ ໝັ້ນຕໍ່ການນໍາພາຂອງພັກ
ລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ສົມທົບກັບອໍານາດການປົກຄອງກຸ່ມບ້ານລົງຕິດຕາມຊຸກຍູ້ພະນັກງານປະຈໍາການ, ກອງຫຼອນ ແລະ ປກສ ບ້ານ
ເພື່ອເຮັດໜ້າທີ່ປົກປັກຮັກສາໃນຂອບເຂດຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນການອອກເຄື່ອນໄຫວລາດຕະເວນ, ຈັດຕັ້ງເວນຍາມຕະຫຼອດ 24 ຊົ່ວໂມງ, ຕິດຕາມກວດ
ກາຄົນເຂົ້າ-ອອກເປັນປົກກະຕິ, ຮັກສາຄວາມສະຫງົບປອດໄພ 100%.

     ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳແກ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ວຽກງານສຶກ
ສາອົບຮົມການເມືອງນຳພາແນວຄິດເປັນກົກ, ຍົກສູງສິິດພາລະບົດບາດໜ້າທີ່ຄວາມຮັບຜິດຊອບການເມືອງຂອງຕົນຢ່າງເຂັ້ມງວດ, ມີຄຸນສົມບັດສິນທຳປະຕິວັດ, ຄວາມ
ສາມັກຄີພາຍໃນພາຍນອກ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າແຕ່ລະຄອບຄົວ, ແຕ່ລະບ້ານສ້າງເສດຖະກິດຄອບຄົວດ້ວຍການລ້ຽງສັດທຸກປະເພດ, ປູກຝັງຕາມລະ
ດູການ ແລະ ຕາມເງື່ອນໄຂຂອງແຕ່ລະຄອບຄົວໃຫ້ກຸ້ມຢູ່ກຸ້ມກິນ ແລະ ກາຍເປັນສິນຄ້າຕາມທິດນໍາຂອງ ພັກ-ລັດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ
ຮັ່ງມີຜາສຸກກ້າວໄປເຖິງການລົບລ້າງຄວາມທຸກຍາກເທື່ອລະກ້າວ, ສົ່ງເສີມປະຊາຊົນບັນດາ ເຜົ່າສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ອານຸລັກຮີດຄອງປະເພ
ນີອັນດີງາມ, ສ້າງຄວາມສາມັກຄີປອງດອງພາຍໃນກຸ່ມບ້ານໃຫ້ແໜ້ນແຟ້ນ.

     ຈາກນັ້ນ, ສະຫາຍ ພົນຕີ ວົງຄຳ ພົມມະກອນ ພ້ອມດ້ວຍຄະນະ ແລະ ຄະນະຮັບຜິດຊອບວຽກງານ, ວິ ຊາການ, ປະທານບໍລິສັດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ
ກໍໄດ້ລົງກວດກາເຄຫາສະຖານທີ່ຕ່າງໆຂອງໂຮງໝໍ ເປັນຕົ້ນແມ່ນ: ຕຶກອາຄານ, ອຸປະກອນຫ້ອງວິເຄາະ, ຫ້ອງຜ່າຕັດ, ຫ້ອງເອັກສະເລ, ພະແນກຫູ, ຕາ, ດັງ, ຄໍ, ອຸ ປະກອນ
ເຄື່ອງຮັບໃຊ້ຫ້ອງການ, ສາງຢາ, ການປະກອບເຄື່ອງມືອຸປະກອນການຢາ-ການແພດທີ່ທັນສະໄໝ, ລະບົບໄຟຟ້າ-ນຳ້ປະປາ, ໂຄງປະກອບການຈັດຕັ້ງ, ການແຕ່ງຕັ້ງບຸກຄະ
ລາກອນເຂົ້າໃສ່ບັນດາຕໍາແໜ່ງງານຂອງໂຮງໝໍໃຫ້ເປັນລະບຽບຮຽບຮ້ອຍ, ຈຸດປະສົງ: ເພື່ອເຮັດໃຫ້ວຽກງານດັ່ງກ່າວສຳເລັດຜົນຕາມແຜນການທີ່ວາງໄວ້ ແລະ ສາມາດ
ເປີດນໍາໃຊ້ບໍລິການປິ່ນປົວສຸຂະພາບຂອງນາຍ ແລະ ພົນທະຫານ, ປະຊາຊົນບັນດາເຜົ່າຢູ່ເຂດ ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ.