ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກນິກການທະຫານ ລາວ-ຣັດເຊຍ ຄັ້ງທີ IV


ພົນຕີ ປະສິດ ທ່ຽງທຳ ເຂົ້າຮ່ວມກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກນິກການທະຫານລາວ-ຣັດເຊຍຄັ້ງທີ IV

     ໃນວັນທີ 13 ມີນາ 2019 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານຮ່ວມມືດ້ານເຕັກນິກການທະຫານ ລາວ-ຣັດເຊຍ ຄັ້ງ
ທີ IV ຂຶ້ນ ຝ່າຍລາວນຳໂດຍ ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ. ຝ່າຍ ສ.ຣັດເຊຍ ນຳ
ໂດຍທ່ານ ບຸກາກົບ ເຊຍຣເກ ອິນໂນແກນ ຢຽບວິດ, ຫົວໜ້າກົມຮ່ວມມືດ້ານເຕັກນິກການທະ ຫານກັບຕ່າງປະເທດ (ກົມ 1), ອົງການຮ່ວມມືດ້ານເຕັກນິກການທະຫານ
ສ.ຣັດເຊຍ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ.

     ໃນກອງປະຊຸມຂອງໜ່ວຍງານຮ່ວມມືດ້ານເຕັກນິກການທະຫານຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນສະຫຼຸບຄືນການຮ່ວມມືໃນໄຍລະ 1 ປີຜ່ານມາວ່າໄດ້ຮັບຜົນສໍາເລັດ
ຄືແນວໃດ ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກດ້ານຕ່າງໆຂອງການເຄື່ອນໄຫວໃນໄລຍະຜ່ານມາ ແລະ ການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າດ້ານເຕັກນິກ
ການທະຫານຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງກອງທັບ ລາວ-ຣັດເຊຍໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ທັງເປັນການຍົກສູງລະດັບຄວາມ
ຮູ້, ຄວາມສາມາດໃຫ້ແກ່ພະນັກງານວິຊາການເຕັກນິກການທະຫານຂອງກອງທັບປະຊາຊົນລາວໃຫ້ກ້າວຂຶ້ນສູ່ແບບແຜນທີ່ທັນສະໄໝ ແລະ ມີວິທະຍາ ສາດການທະຫານ
ທີ່ແນ່ນອນກ່ຽວກັບວຽກງານເຕັກນິກໃນການຈັດຕັ້ງປະກອບອາວຸດຍຸດໂທປະກອນໃຫ້ມີຄວາມຊຳນິຊຳນານສາມາດເປັນເສນາທິການໃຫ້ແກ່ຂັ້ນເທິງທາງດ້ານວິຊາສະ
ເພາະເຕັກນິກການທະຫານໃນແຕ່ລະຂັ້ນ, ນັບທັງກຳລັງຫຼວງ-ກຳລັງທ້ອງຖິ່ນ ຕະຫຼອດໄລຍະຜ່ານມາຣັດເຊຍໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກ ງານວິຊາສະເພາະແຕ່ລະ
ເຫຼົ່າຮົບ ໂດຍສະເພາະແມ່ນຂົງເຂດວຽກງານເຕັກນິກການທະຫານແກ່ກອງທັບປະຊາຊົນລາວ, ໃນກອງປະຊຸມຮ່ວມມືເຕັກນິກການທະຫານສອງກອງທັບ ລາວ-ຣັດເຊຍ
ຄັ້ງນີ້ ເປັນຂີດໝາຍ ແລະ ບາດກ້າວໜຶ່ງທີ່ສຳຄັນຂອງການເພີ່ມທະວີໃນຂົງເຂດວຽກງານເຕັກນິກການທະຫານທັງສອງກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງ
ບໍ່ຢຸດຢັ້ງ.