ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 5 ເປີດກອງປະຊຸມປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ

     ໃນວັນທີ 13 ມີນາ 2018 ນີ້ ຄະນະພັກ-ຄະນະບັນຊາກອງພົນທີ 5 ໄດ້ປະກາດ ການຈັດຕັ້ງຂັ້ນນຳພາ-ບັນຊາ ຫ້ອງພະລາທິການກອງພົນທີ 5 ໂດຍ
ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການ
ກອງທັບ, ມີ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກກອງພັນໃຫຍ່ 645,
ກອງພັນໃຫ່ຍ 501, 502 ກອງພັນນ້ອຍ, ກອງເອກະລາດ ເຂົ້າຮ່ວມ.


ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ເປັນກຽດເປັນປະທານກອງປະຊຸມປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາຢູ່ກອງພົນທີ 5

     ພັນໂທ ສົມເພັດ ສີງຫາວົງ ຫົວໜ້າພະແນກພະນັກງານກອງ ພົນທີ 5 ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ແລະ
ແຕ່ງຕັ້ງນາຍທະຫານມາຮັບໜ້າທີ່ໃໝ່ ຢູ່ກອງພົນທີ 5 ອີງຕາມທິດທາງ ບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກ
ແໜ້ນ ໃນທຸກດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ອີງຕາມມາດຖານຂອງນາຍທະຫານທີ່ ໄດ້ກຳນົດໄວ້ໃນໝວດທີ II
ມາດຕາທີ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນໂທ ຄຳລຸນ ພິລາວັນ ຮອງພະແນກພະລາທິ
ການ ກອງພັນໃຫຍ່ 645 ມາຮັບຜິດຊອບ ເປັນຮອງຫົວໜ້າຫ້ອງພະລາທິການກອງພົນທີ 5.

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ຄຳເພັດ ສີຊາຊົນ ກຳມະການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ ກໍ
ໄດ້ໂອ້ລົມ ແລະ ຍົກໃຫ້ເຫັນບັນຫາ ການປັບປຸງບູລະນະການຈັດຕັ້ງ ຄັ້ງນີ້ແມ່ນເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຈາກ
ນັ້ນທ່ານ ຍັງເນັ້ນໜັກບາງບັນຫາຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃນນີ້ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ເປັນປົກກະຕິ, ມີຄວາມສາມັກຄີ
ພາຍໃນໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ ປະຊາທິປະໄຕບຸກຄົນຮັບຜິດຊອບ, ຍົກສູງພາລະບົດບາດການນຳພາເຮັດໃຫ້ວຽກງານທີ່ຮັບຜິດຊອບມີ
ຄວາມຮັບປະກັນສູງ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ສ້າງໃຫ້ກົມກອງມີຄວາມປອດໃສ, ປອດໄພ, ປອດຄະດີຕິດພັນ
ກັບຂະບວນການສ້າງຜົນງານໃນຮອບດ້ານເພື່ອຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ.