ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານກວດກູ້ ແລະ ທຳລາຍລະເບີດ
ຕາມໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

     ວັນທີ 13-14 ກຸມພາ 2018 ນີ້, ກອງປະຊຸມສະຫຼຸບວຽກງານກວດກູ້ ແລະ ທຳລາຍລະເບີດຕາມແລວທາງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ປະ
ຈຳປີ 2017 ແລະ ວາງທິດທາງແຜນການປະຈຳປີ 2018 ໄດ້ເປີດຂຶ້ນຢູ່ແຂວງຫຼວງພະບາງ ແລະ ສະໜາມທຳລາຍລະເບີດ ຢູ່ເມືອງວັງວຽງ ແຂວງວຽງຈັນ
ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ,
ມີບັນດາການນຳແຂວງ, ເມືອງ, ຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ຂະແໜງການ, ບໍລິສັດ-ລັດວິສາຫະກິດ ແລະ ມີບັນດາພະນັກງານວິຊາການ
ກວດກູ້ລະເບີດເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບ
ວຽກງານກວດກູ້ ແລະ ທຳລາຍລະເບີດຕາມແລວທາງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

     ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຮັບຜິດ
ຊອບການກວດກູ້ລະເບີດ ແລະ ທຳລາຍລະເບີດໂຄງການກໍ່ ສ້າງທາງລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ: ເພື່ອຮັບປະກັນຄວາມປອດໄພໃຫ້ການກໍ່ສ້າງເສັ້ນທາງລົດ
ໄຟ ລາວ-ຈີນ ແຕ່ບໍ່ເຕັ່ນເຖິງນະຄອນຫຼວງວຽງຈັນໃຫ້ມີຄວາມປອດໄພຮອບດ້ານ. ກະຊວງປອ້ງກັນປະເທດ ຈຶ່ງໄດ້ຕົກລົງມອບໃຫ້ກົມໃຫຍ່ເສນາທິການ
ກອງທັບເປັນຜູ້ຊີ້ນຳໂດຍກົງຕໍ່ການກວດກູ້ ແລະ ທຳລາຍລະເບີດຕາມແລວທາງດັ່ງກ່າວ, ກົມໃຫຍ່ເສນາທິການກອງທັບ ຈຶ່ງໄດ້ນຳໃຊ້ກຳລັງເຫຼົ່າຮົບຊ່າງ
ແສງທີ່ຂຶ້ນກັບກົມຊ່າງແສງ ແລະ ກອງພົນທີ 1, 2, 3, 4 ເຂົ້າເຮັດໜ້າທີ່ຢູ່ໃນ 6 ຊ່ວງສັນຍາຂອງການກໍ່ສ້າງ ໂດຍຈັດຕັ້ງເປັນ 6 ກອງ ກວດກູ້ລະເບີດປະ
ຈໍາ 6 ຊ່ວງທາງ. ແຕ່ລະຊ່ວງທາງໄດ້ຈັດຕັ້ງສູນບັນຊາເພື່ອເປັນເສນາທິການໃຫ້ຄະນະຮັບຜິດຊອບ ລວມ ແລະ ເປັນຈຸດປະສານງານກັບຄະນະປະສານງານ
ຂອງໂຄງການປະຈຳຢູ່ແຕ່ລະທອ້ງຖິ່ນ. ນອກຈາກນີ້ໄດ້ຈັດຕັ້ງ 1 ໝວດ ເພື່ອເຮັດໜ້າທີ່ເຄື່ອນທີ່ກວດກູ້ ແລະ ທຳລາຍລະເບີດທາງພາກພື້ນນ້ຳ ແລະ ແກ້ໄຂ
ລະເບີດໃນກໍລະນີສຸກເສີນ. ສ່ວນຢູ່ອົງການກົມໃຫຍ່ເສນາທິການໄດ້ຈັດຕັ້ງໜ່ວຍງານຊ່ວຍວຽກແຕ່ລະດ້ານຄື: ໜວ່ຍງານຊ່ວຍວຽກດ້ານວິຊາສະເພາະ
ກວດກູ້ ແລະ ທຳລາຍລະເບີດ, ໜວ່ຍງານແຜນການ ແລະ ສະຫຼຸບສັງຮວມ, ໜວ່ຍງານຮັບປະກັນດ້ານການເງິນ ແລະ ໜວ່ຍງານຮັບປະກັນດ້ານເຕັກນິກ.
ຜ່ານການຈັດຕັ້ງປະຕິບັດວຽກງານກວດກູ້ ແລະ ທຳລາຍລະເບີດໃຫ້ໂຄງການກໍ່ສ້າງເສັ້ນທາງລົດໄຟໃນປີ 2017 ແຕ່ລະກອງກວດກູ້ທີ່ປະຈຳຢູ່ແຕ່ລະຊ່ວງ
ທາງຂອງພວກເຮົາສາມາດກວດກູ້ລະເບີດບໍ່ທັນແຕກສຳເລັດ ແລະ ໄດ້ຮັບການກວດກາຢັ້ງຢືນຄຸນນະພາບໄດ້ທັງໝົດ 1.026,33 ເຮັກຕາ, ໃນນີ້ມີເນື້ອທີ່
ກວດກູ້ລະເບີດບໍ່ທັນແຕກຢູ່ພື້ນນ້ຳ 9,378 ເຮັກຕາ, ເນື້ອທີ່ຖາງປ່າອະນາໄມພື້ນທີ່ເພື່ອກວດກູ້ລະເບີດທັງໝົດ 571,647 ເຮັກຕາ, ກວດກູ້ລະເບີດບໍ່ທັນ
ແຕກທີ່ຕົກຄ້າງໄດ້ 128 ໜວ່ຍ, ໃນນີ້ມີໂບມ 250 ປອນ ຈຳນວນ 02 ໜ່ວຍ (ກວດກູ້ໄດ້ຢູ່ພື້ນທີ່ຂອງບ້ານພິກນ້ອຍ ເມືອງຫຼວງພະບາງ 1 ໜ່ວຍ ແລະ
ຢູ່ພື້ນທີ່ຂອງບ້ານລາດຫານເມືອງງາ ແຂວງອຸດົມໄຊ 1 ໜວ່ຍ), ກວດກູ້ຊິ້ນສ່ວນລະເບີດ ແລະ ໂລຫະຕ່າງໆໄດ້ທັງໝົດຈໍານວນ 211.562 ຊິ້ນສ່ວນ,
ທຽບໃສ່ແຜນການທັງໝົດຂອງໂຄງການ ແມ່ນປະຕິບັດສຳເລັດແລ້ວປະມານ 40%.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ເປັນກອງປະຊຸມທີ່ມີຄວາມສຳຄັນທີ່ສຸດໃນການຮັບປະກັນ
ການພັດທະນາເສດຖະກິດ-ສັງຄົມ ກໍຄືການດຳເນີນການກໍ່ສ້າງເສັ້ນທາງມິດຕະພາບຍຸດທະສາດລະຫວ່າງທິມງານ ລາວ-ຈີນ ໃນຄັ້ງນີ້. ກໍຄືພວກເຮົາຮູ້ນຳ
ກັນແລ້ວວ່າການທີ່ພວກເຮົາຈະປະຕິບັດແຜນຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກວາງອອກ
ຈະເກີດໝາກເກີດຜົນຫຼືບໍ່ ພາກສ່ວນໜຶ່ງກໍຂຶ້ນກັບການພັດທະນາພື້ນຖານໂຄງລ່າງຂອງປະເທດຊາດ ເຊິ່ງໃນນັ້ນພື້ນຖານໂຄງລ່າງທີ່ສຳຄັນອັນໜຶ່ງແມ່ນ
ບັນຫາການສ້າງເສັ້ນທາງຍຸດທະສາດຕ່າງໆຢູ່ພາຍໃນ, ຢູ່ບັນດາເສັ້ນທາງທີ່ອອກສູ່ແຕ່ລະປະເທດໃນພາກພື້ນ ເສັ້ນທາງມິດຕະພາບຍຸດທະສາດລະຫວ່າງ
ລາວ-ຈີນ ເປັນເສັ້ນທາງທີ່ປະເທດເຮົາບໍ່ເຄີຍມີປະຫວັດສາດ ແລະ ທັງເປັນເສັ້ນທາງທີ່ທະລຸໃນອາຊີຕາເວັນອອກສຽງໃຕ້ ຍ້ອນໜຶ່ງແລວທາງໜຶ່ງເສັ້ນທາງ
ຂອງພັກຄອມມູນິດຈີນທີ່ຈະສ້າງໃຫ້ພາຍໃນປະເທດຈີນເປັນປະເທດມັ່ງຄັ່ງເຂັ້ມແຂງປະຊາຊົນຢູ່ດີມີຄວາມສຸກຕິດພັນກັບການຊ່ວຍເຫຼືອບັນດາປະເທດ
ໃນພາກພື້ນໄປພ້ອມໆກັນ. ພິເສດແມ່ນກັບ ສປປ ລາວ ໃນຄັ້ງນີ້ ເພື່ອດຳເນີນການກໍ່ສ້າງເສັ້ນທາງນັ້ນໃຫ້ສຳເລັດໄປດ້ວຍດີນັ້ນມັນມີຫຼາຍບັນຫາທີ່ສຳ
ຄັນທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງໄດ້ຮັບຜິດຊອບ. ແຕ່ພື້ນຖານຂຶ້ນເມືອ, ນັບແຕ່ເທິງລົງລຸ່ມ ແລະ ລຸ່ມຂຶ້ນເທິງ ກໍຄືວຽກງານການ
ກວດກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຢູ່ ສະໄໝສົງຄາມເປັນບັນຫາໃຫຍ່ລະດັບຊາດທີ່ຕ້ອງໄດ້ແກ້ໄຂໃນການທີ່ຈະພັດທະນາເສດທະກິດ. ດັ່ງນັ້ນຕ້ອງຍົກສູງ
ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການປະຕິບັດໜ້າທີ່ການກວດກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກໃຫ້ຮັບປະກັນຄວາມປອດໄພ.