ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມວຽກງານພະລາທິການທົ່ວກອງທັບ ປະຈຳສົກ 2015-2016

     ກອງປະຊຸມສະຫຼຸບວຽກງານພະລາທິການ-ການເງິນ ປະຈຳສົກ 2015-2016 ໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ໃນຕອນແລງຂອງວັນທີ 10 ກຸມ
ພາ 2017 ນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ (9-10/2/2017) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ
ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຫົວໜ້າກົມ-ຮອງກົມ, ຫ້ອງວ່າ
ການ, ວິທະຍາຄານ, ກົມ, ຫ້ອງການອ້ອມຂ້າງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຫົວໜ້າພະລາທິການ-ການເງິນຈາກບັນດາກົມກອງ, ໂຮງຮຽນ, ໂຮງ
ໝໍໃນທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າຮ່ວມ.

                                
                                                              ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມວຽກງານພະລາທິການທົ່ວກອງທັບ ປະຈຳສົກ 2015-2016

     ໂອກາດໂອ້ລົມຕໍ່ກອງປະຊຸມຄັ້ງນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຮັບຮູ້ເຊື່ອມຊຶມ
ຢ່າງເລິກເຊິ່ງຕໍ່ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ການເງິນຂອງຊາດທີ່ພວມປະເຊີນໜ້າກັບສະພາບແວດລ້ອມທີ່ທ້າທາຍຫຼາຍຢ່າງ ເປັນຕົ້ນ: ບັນ
ຫາການເກັບລາຍຮັບງົບປະມານບໍ່ໄດ້ຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ບັນຫາລາຄາສິນຄ້າແພງ. ຄ່າຄອງຊີບສູງ ແລະປະກົດການຫຍໍ້ທໍ້ໃນສັງຄົມ
ແລະອື່ນໆ ທີ່ມີຜົນກະທົບໂດຍກົງຕໍ່ການຕອບສະໜອງງົບປະມານຂອງລັດຕໍ່ກອງທັບ, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ແຕ່ລະພາກສ່ວນສ້າງຄວາມຕັດສິນໃຈສູງ
ເພື່ອບຸກບືນຜ່ານຜ່າ, ເຊີດຊູຈິດໃຈ ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕ້ານທັດສະນະແນວຄິດເອື່ອຍອີງ, ລໍຖ້າ
ແຕ່ການເບີກຈ່າຍຂອງຂັ້ນເທິງ; ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງເຊື່ອມຊຶມຢ່າງເລິກເຊິ່ງເປັນເຈົ້າການ, ເຊີດຊູຈິດໃຈເປັນເຈົ້າປະເທດຊາດໃຫ້ສູງສົ່ງ,
ເສີມຂະຫຍາຍໃຫ້ໄດ້ 3 ໜ້າທີ່ໃຫຍ່ຂອງກອງທັບ ເພື່ອປະກອບ ສ່ວນຢ່າງແຂງແຮງເຂົ້າໃນໂຄງການແກ້ໄຂຄວາມທຸກຍາກຂອງລັດຖະບານ, ສ້າງກອງ
ທັບໃຫ້ຮັ່ງມີເຂັ້ມແຂງດ້ານເສດຖະກິດຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງນັບແຕ່
ຂັ້ນຮາກຖານຂຶ້ນມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕັ້ງໜ້າເປັນເຈົ້າການຊີ້ນຳ-ນຳພາການຄຸ້ມຄອງ, ປົກປັກຮັກສາ ແລະນຳໃຊ້ພາຫະນະ, ວັດຖຸ-ເງິນ
ຄຳຕາມລະບອບອັດຕາທີ່ຂັ້ນເທິງກຳນົດ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະດ້ານວຽກງານພະລາທິການບໍ່ວ່າຈະເປັນທາງດ້ານຈຳນວນ ແລະ
ຄຸນນະພາບ ເປັນຕົ້ນແມ່ນການສຶກສາອົບຮົມທາງດ້ານທັດສະນະການເມືອງ, ທັດສະນະຮັບໃຊ້, ຄຸນສົມບັດ, ຄວາມຮູ້-ຄວາມສາມາດ, ຄວາມຊື່ສັດບໍ
ລິສຸດໂປ່ງໃສ, ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ, ສ້າງໃຫ້ມີພະນັກງານສືບທອດປ່ຽນແທນຕໍ່ເນື່ອງ, ນຳໃຊ້ພະນັກງານນຳພາ-ບັນຊາ ແລະ
ວິຊາການໃຫ້ຖືກຕ້ອງຕາມຄວາມຮູ້-ຄວາມສາມາດ ແລະຖືກຂະແໜງການວິຊາສະເພາະທີ່ໄດ້ຮຽນມາ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່, ຮັບ
ປະກັນການລ້ຽງດູທັບ, ສ້າງປະຖົມປັດໄຈໃຫ້ແກ່ການປັບປຸງກໍ່ສ້າງເຫຼົ່າຮົບພະລາທິການເຂົ້າສູ່ແບບແຜນ ແລະທັນສະໄໝເທື່ອລະກ້າວ.