ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດງານແຂ່ງກີລາທົ່ວກອງທັບຄັ້ງທີ 2 ດ້ວຍບັນຍາກາດຟົດຟື້ນດີ

     ໃນຕອນບ່າຍຂອງວັນທີ 13 ມັງກອນ 2019 ນີ້, ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດໄດ້ມີການປິດການແຂ່ງຂັນກີລາກາຍະກຳທົ່ວກອງທັບ ຄັ້ງທີ 2 ໃນໂອ
ກາດສະເຫີຼມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະທານຈັດງານແຂ່ງຂັນກີລາກາຍະກຳທົ່ວກອງທັບ ຄັ້ງທີ 2 ແລະ ເຂົ້າຮ່ວມມີ ທ່ານ
ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາສະຫາຍຄະນະນຳ-ຄະນະບັນຊາ, ຄູເຝິກ, ນັກກີລາ ແລະ ເຈົ້າໜ້າທີ່ນາຍ ແລະ ພົນທະຫານເຂົ້າຮ່ວມ.


ທ່ານ ພົນໂທ ສຸວອນ ເລືອງບຸນ ມີມອບຫຼຽນຄຳໃຫ້ທີມເຕະບານຊາຍທະຫານແຂວງຈຳປາສັກທີ່ໄດ້ຄອງຊະນະເລີດ

     ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງປະທານຄະນະກຳມະການຈັດງານແຂ່ງຂັນກີລາທົ່ວກອງທັບ ຄັ້ງທີ 2 ໄດ້ສະຫຼຸບ
ການຈັດຕັ້ງແຂ່ງຂັນກີລາທ່ີດຳເນີນມາເປັນເວລາ 8 ວັນ (ເລີ່ມແຕ່ວັນທີ 5-13/1/2019) ເຊິ່ງໄດ້ສຳເລັດລົງຕາມແຜນການວາງອອກເຕັມໄປດ້ວຍບັນຍາ ກາດເບີກບານ
ມ່ວນຊື່ນ, ສ້າງໄດ້ຄວາມສາມັກຄີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທຸກປະການ.

     ຜົນຂອງການແຂ່ງຂັນປະເພດຍິງປືນສັ້ນ k-59 (ບຸກຄົນ) ອັນດັບ 1 ໄດ້ແກ່ ຮ້ອຍເອກ ສົມຈິດ ສຸລິວົງສັກ ຈາກກົມໃຫຍ່ເສນາທິການກອງທັບ, ອັນດັບ 2 ຮ້ອຍເອກ
ສູນທອນ ວົງຜາສຸກ ຈາກກົມ 213, ອັນດັບ 3 ຮ້ອຍເອກ ຕິກ ແກ້ວບົວລະພັນ ຈາກກອງພົນທີ 2, ປະເພດປືນ AK ບົດ 1 ປະເພດທີມ ( ຍິງເປົ້າເປີດ-ປິດ)ອັນດັບ 1 ໄດ້
ແກ່ກົມໃຫຍ່ເສນາທິການກອງທັບ, ອັນດັບ 2 ກອງພົນທີ 1, ປະເພດ 3 ກອງບັນຊາການທະຫານແຂວງເຊກອງ, ປືນ AK ບົດ 2 ປະເພດທີມ (ຍິງເປົ້າຈານເຫຼັກ) ອັນດັບ
1 ກົມໃຫຍ່ເສນາທິການກອງ ທັບ, ອັນດັບ 2 ກອງພົນທີ 1, ອັນດັບ 3 ກອງບັນຊາການທະຫານແຂວງຜົ້ງສາລີ, ປືນ RPK ອັນດັບ 1 ກອງບັນຊາການທະຫານແຂວງບໍ່
ແກ້ວ, ອັນດັບ 2 ວິທະຍາຄານກົມມະດຳ, ອັນດັບ 3 ກອງບັນຊາການທະຫານແຂວງບໍລິຄຳໄຊ. ກີລານັກຮົບແຂງແຮງບຸກຄົນ ແລະ ລວມໝູ່ ປະເພດບຸກຄົນ ອັນດັບ 1
ຊັ້ນ I ຄຳປີງ ມິດວັນທອງ ກອງພົນທີ 1, ອັນດັບ 2 ສິບຕີ ສົມພອນ ອະຄະປາສາ ກອງພົນທີ 4, ອັນດັບ 3 ສິບເອກ ລຳເງິນ ແລບສະຫວັນ ວກ, ປະເພດລວມໝູ່ ອັນດັບ
1 ກອງພົນທີ 4, ອັນດັບ 2 ກອງພົນທີ 1, ອັນດັບ 3 ກົມໃຫຍ່ເສນາທິການກອງທັບ. ກີລາແລ່ນມ້າງປະກອບອາວຸດປະເພດບຸກຄົນ ອັນດັບ 1 ສິບຕີ ດວງຕາ ດວງມາລາ
ຈາກກອງພົນທີ 1, ອັນດັບ 2 ຮ້ອຍຕີ ເປີ້ມມະນີ ຈາກກອງພົນທີ 1, ອັນດັບ 3 ສິບເອກ ພອນສັກ ດີວັນນາ ຈາກກອງບັນຊາການທະຫານແຂວງໄຊຍະບູລີ, ປະເພດລວມ
ໝູ່ ອັນດັບ 1 ກອງພົນທີ 1, ອັນດັບ 2 ກອງບັນຊາການທະຫານແຂວງເຊກອງ, ອັນດັບ 3 ກອງບັນຊາການທະຫານແຂວງໄຊຍະບູລີ. ກີລາເປຕັງທີມປະສົມ (2 ຊາຍ - 1
ຍິງ) ອັນດັບ 1 ວິທະຍາຄານການແພດກອງທັບ, ອັນດັບ 2 ກົມໃຫຍ່ພະລາທິການກອງທັບ, ອັນດັບ 3 ກອງບັນຊາການທະຫານແຂວງອຸດົມໄຊ, ອັນດັບ 4 ກອງບັນຊາ
ການທະຫານແຂວງສະຫວັນນະເຂດ. ກະຕໍ້ທີມດ່ຽວຊາຍ ອັນດັບ 1 ກົມໃຫຍ່ເຕັກນິກກອງທັບ, ອັນດັບ 2 ກົມໃຫຍ່ເສນາທິການກອງທັບ, ອັນດັບ 3 ກອງບັນຊາການ
ທະຫານແຂວງສະຫວັນນະເຂດ, ອັນດັບ 4 ກອງບັນຊາການທະຫານແຂວງບໍ່ແກ້ວ. ບານສົ່ງຍິງ (ໃນຮົ່ມ) ອັນດັບ 1 ໄດ້ແກ່ກອງພັນໃຫຍ່ 11, ອັນດັບ 2 ກົມ ວສ-ປສ
ການທະຫານ, ອັນດັບ 3 ວປກ, ອັນດັບ 4 ກອງບັນຊາການທະຫານແຂວງໄຊຍະບູລີ. ບານສົ່ງຊາຍ (ໃນຮົ່ມ) ອັນດັບ 1 ກົມໃຫຍ່ເສນາທິການກອງທັບ, ອັນດັບ 2 ຫ້ອງ
ວ່າການກະຊວງປ້ອງກັນປະເທດ, ອັນດັບ 3 ເຫຼົ່າຮົບລົດຕັງຍານເກາະ, ອັນດັບ 4 ກອງບັນຊາການທະຫານແຂວງໄຊຍະບູລີ. ເຕະບານຊາຍ ອັນດັບ 1 ກອງບັນຊາການທະ
ຫານແຂວງຈຳປາສັກ, ອັນດັບ 2 ກອງພັນໃຫຍ່ 279, ອັນດັບ 3 ວິທະຍາຄານກົມມະດຳ, ອັນດັບ 4 ກອງພົນທີ 1.

     ບັນດານັກກີລາ ແລະ ທີມກີລາທີ່ໄດ້ທີ 1, ທີ 2 ແລະ ທີ 3 ແມ່ນໄດ້ຮັບຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງຕາມລຳດັບພ້ອມດ້ວຍເງິນສົດຈຳນວນໜຶ່ງ.

     ໃນໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວປິດງານແຂ່ງຂັນກີລາທົ່ວກອງທັບ ຄັ້ງທີ 2 ແລະ ຮຽກຮ້ອງຕໍ່ພິທີວ່າບັນດາຄະນະພັກ-ຄະນະບັນຊາກົມກອງ
ຕ້ອງສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບທຸກກົມກອງຈົ່ງເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍພັກ-ລັດ ແລະ ມະຕິຄຳສັ່ງຂອງກະຊວງປ້ອງ
ກັນປະເທດ, ເອົາໃຈໃສ່ວຽກງານອົບຮົມ-ຫັດແອບການທະຫານການເມືອງ, ວິຊາສະເພາະ ໂດຍສະເພາະແມ່ນເຝິກແອບກີລາການທະຫານ, ກີລາມວນຊົນໃຫ້ມີເຕັກນິກ
ການຫຼິ້ນນັບມື້ດີຂຶ້ນ.