ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບປະເມີນຜົນການເຄື່ອນໄຫວ
ຕ້ານ-ສະກັດກັ້ນພະຍາດໄຂ້ຍຸງລາຍຢູ່ບັນດາກົມກອງເຂດໃຈກາງ

     ກອງປະຊຸມສະຫຼຸບປະເມີນຜົນການເຄື່ອນໄຫວຕ້ານ-ສະກັດກັ້ນພະຍາດໄຂ້ຍຸງປະຈໍາປີ 2016 ຢູ່ບັນດາກົມກອງເຂດໃຈກາງນະຄອນຫຼວງວຽງຈັນ ໄດ້
ຈັດຂຶ້ນໃນວັນທີ 6 ພະຈິກທີ່ຜ່ານມານີ້, ທີ່ສະໂມສອນສະຖາບັນ ກັນພະຍາດກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຄໍາເພັດ
ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ເຊິ່ງມີ ພັນເອກ ດຣ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ, ພັນ
ໂທ ດຣ ໂພສະເດັດ ເສນາມົນຕີ ຫົວໜ້າການທະຫານສະຖາບັນກັນພະຍາດກອງທັບ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໃນສະຖາບັນກັນພະຍາດກອງທັບ
ແລະ ພະນັກງານເສນາຮັກຈາກບັນດາວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງໃນເຂດໃຈກາງນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງ ບໍລິ
ຄໍາໄຊ ເຂົ້າຮ່ວມ.


ພົນຈັດຕະວາ ຄໍາເພັດ ສີຊານົນ ເປັນປະທານກອງປະຊຸມສະຫຼຸບປະເມີນຜົນການເຄື່ອນໄຫວ
ຕ້ານ-ສະກັດກັ້ນພະຍາດໄຂ້ຍຸງ ປະຈໍາປີ 2016 ເຂດໃຈກາງນະຄອນຫຼວງວຽງຈັນ

     ພັນໂທ ດຣ ໂພສະເດັດ ເສນາມົນຕີ ໄດ້ຂຶ້ນສະຫຼຸບຫຍໍ້ການປະຕິບັດວຽກງານເຄື່ອນໄຫວສະກັດກັ້ນ-ຄວບຄຸມພະຍາດໄຂ້ຍຸງລາຍທົ່ວກອງທັບໃນໄລ
ຍະຜ່ານມາ ເຊິ່ງທາງສະຖາບັນກັນພະຍາດກອງທັບໄດ້ຈັດຕັ້ງແບ່ງເປັນ 2 ທີມງານວິຊາການລົງເຄື່ອນໄຫວໂຄສະນາສຸຂະສຶກສາໄດ້ 23 ກົມກອງເປົ້າໝາຍ,
ໃນນີ້ໄດ້ກວດ ກາສິ່ງແວດລ້ອມ, ແຫຼຼ່ງເພາະພັນຂອງຍຸງໄດ້ 14 ກົມກອງ, ພົ່ນຢາໄລ່ຍຸງຕົວແກ່ໃຫ້ 11 ກົມກອງທີ່ມີຄວາມສ່ຽງ ແລະ 89 ເຮຶອນການນໍາ
ພ້ອມນີ້ກໍໄດ້ແຈກຢາຍແຜ່ນໂປສເຕີ-ແຜ່ນພັບໂຄສະນາກ່ຽວກັບຄວາມຮູ້ພື້ນ ຖານຂອງພະຍາດໄຂ້ຍຸງລາຍຈໍານວນ 2.480 ແຜ່ນ, ແຈກຢາຍຊາຍອະເບດ
ໄດ້ 35,5 ກິໂລ, ກວດພົບຜູ້ທີ່ຕິດເຊຶ້ອພະຍາດໄຂ້ຍຸງລາຍ ຈຳນວນ 221 ສະຫາຍ, ໃນວາລະດໍາເນີນກອງປະຊຸມພະນັກງານວິຊາການຈາກສະຖາ ບັນກັນ
ພະຍາດກອງທັບຍັງໄດ້ຜັດປ່ຽນກັນຂຶ້ນສະເໜີໃຫ້ຄວາມຮູ້ພື້ນຖານກ່ຽວກັບພະຍາດສານໃບໄມ້ໃນຕັບ, ພະຍາດໄຂ້ງຍຸງລາຍ, ພະຍາດຊີກາ, ໄຂ້ມາເລເລຍ,
ອັກເສບຕັບ A ແລະ ການບັນທຶກຂໍ້ມູນໃສ່ແບບຟອມລາຍ ງານແກ່ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈອີກດ້ວຍ. ສ່ວນທິດທາງແຜນການປີ 2017 ນີ້, ສະຖາບັນ
ກັນພະຍາດ ກອງທັບໄດ້ວາງຄາດໝາຍສູ້ຊົນເພື່ອຕອບໂຕ້ພະຍາດໄຂ້ຍຸງບໍ່ໃຫ້ມີການລະບາດໜັກ 100 % ເພື່ອຮັບປະກັນແກ່ກໍາລັງພົນມີສຸຂະພາບແຂງ
ແຮງ 98 % ຂຶ້ນໄປ ແລະ ສືບຕໍ່ນໍາໃຊ້ສື່ໂຄສະນາທຸກປະເພດທີ່ມີແຈກຢາຍໃຫ້ທົ່ວເຖິງ.

     ໂອກາດນີ້, ທ່ານ ພົນຈັດຕະວາ ຄໍາເພັດ ສີຊານົນ ໄດ້ໃຫ້ຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ ຕີລາຄາສູງຜົນງານທີ່ພະນັກງານວິຊາການຍາດມາໄດ້ໃນ
ໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມພ້ອມກັນຍົກສູງສະຕິເປັນເຈົ້າການເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນຕາມການມອບໝາຍຂອງ
ຂັ້ນເທິງ ແລະ ນໍາເອົາບັນດາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃນກົມກອງຂອງຕົນໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.