ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ ຕ້ອນຮັບ
ທີ່​ປືກສາ​ທູດ​ຝ່າ​ຍປ້ອງ​ກັນຊາ​ດ ກຳປູ​ເຈ​ຍ ​ເຂົ້າ​ຢ້ຽມອຳ​ລາ


ສະຫາຍ ພົນຕີ ອ່ອນສີ ແສນສຸກ ພ້ອມຄະນະຕ້ອນຮັບ ສະຫາຍ ພົນຈັດຕະວາ ຈາວ ປວນ

     ໃນຕອນເຊົ້າ ວັນທີ 12 ສິງຫາ 2020 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ພ້ອມຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງສະຫາຍ ພົນຈັດຕະວາ ຈາວ ປວນ ທີ່ປຶກສາທູດຝ່າຍປ້ອງກັນຊາດກໍາປູເຈຍ ປະຈໍາລາວ ພ້ອມຄະນະເນື່ອງໃນໂອ
ກາດທີ່ໝົດວາລະເຮັດວຽກການທູດປະຈໍາຢູ່ ສປປ ລາວ.

     ໂອກາດນີ້ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງຣາຊະອານາຈັກ ກຳປູເຈຍ ປະຈຳ ສປປ ລາວ, ພ້ອມທັງ
ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ກຳປູເຈຍ ເວົ້າສະເພາະກໍແມ່ນການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງ
ກັນປະເທດລາວ ແລະ ກຳປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂື້ນເລື້ອຍໆເປັນຕົ້ນແມ່ນການແລກປ່ຽນ ແລະ ຖອດຖອນບົດຮຽນ ເຊີ່ງກັນ ແລະ ກັນລະຫວ່າງສອງ
ກອງທັບປະຊາຊົນລາວ ແລະ ກອງທັບແຫ່ງຣາຊະອານາຈັກ ກຳປູເຈຍ, ການປຶກສາຫາລືບັນຫາວຽກງານຊາຍແດນຮ່ວມກັນ, ການອົບຮົມກໍ່ສ້າງພະນັກງານດ້ານພາສາ
ແລະ ການເຝິກອົບຮົມລະດັບດ້ານວິຊາສະເພາະຕ່າງໆ ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ.

     ສະຫາຍ ພົນຈັດຕະວາ ຈາວ ປວນ ໄດ້ສະແດງຄວາມຂອບໃຈທີ່ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ
ພາບ ພ້ອມທັງລາຍງານຜົນສໍາເລັດທີ່ໄດ້ມາປະຕິບັດໜ້າທີ່ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບ,
ໂອກາດດຽວກັນທີ່ປຶກສາທູດຍັງໄດ້ເຂົ້າຢ້ຽມອໍາລາ ສະຫາຍ ພັນເອກ ໂສວັດ ສັນຕິສຸກ ຮອງຫົວໜ້າກົມພົວພັນຕ່າງປະເທດ ເພື່ອລາຍງານຜົນສໍາເລັດໃນການມາປະຕິບັດ
ໜ້າທີ່ການທູດຢູ່ ສປປ ລາວ ອີກດ້ວຍ.