ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມທີ່ແຂວງຄຳມ່ວນ

     
ພົນໂທ ວິໄລ ຫຼ້າຄຳຟອງ ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມທີ່ແຂວງຄຳມ່ວນ

     ວັນທີ 10 ສິງຫາ 2018 ນີ້, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ໄດ້ມອບເງິນ 100.000.000 ກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງຄຳມ່ວນ ໂດຍການກ່າວຮັບຂອງ ທ່ານ ໂອໃດ ສຸດາ
ພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ, ເຊິ່ງແຂວງຄຳມ່ວນມີບ້ານທີ່ຖືກຜົນກະທົບນ້ຳຖ້ວມ 337 ບ້ານ
ປະຊາຊົນທີ່ຖືກຜົນກະທົບ 20.712 ຄົນ, ເນື້ອທີ່ນາທີ່ຖືກຖ້ວມ 33.341 ເຮັກຕາ, ເທົ່າກັບ 43,47% ຂອງເນື້ອທີ່ນາໃນທົ່ວແຂວງ, ທັງນີ້ກໍເພື່ອເປັນການ
ປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ແລະ ເພື່ອເປັນກຳລັງແຮງໃຈໃຫ້ແກ່ຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້ໃຫ້ຜ່ານວິກິດໄປດ້ວຍດີ, ຈາກ
ນັ້ນ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ສະແດງ ຄວາມຂອບອົກຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ທີ່ໄດ້ເປັນຫ່ວງເປັນໃຍຕໍ່ປະຊາຊົນແຂວງຄຳມ່ວນທີ່ປະສົບໄພໃນຄັ້ງນີ້ ເຊິ່ງເງິນທີ່ນຳມາມອບໃນຄັ້ງນີ້ຈະນຳໄປແບ່ງເບົາບັນເທົາທຸກຟື້ນຟູ
ສະພາບຊີວິດຄວາມເປັນຢູ່ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນ.