ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ - ຮັບ ເຮືອບິນ ມີ - 17 ຈຳນວນ 4 ລຳພາຍຫຼັງສຳເລັດການສ້ອມແປງ

     ພິທີມອບ-ຮັບເຮືອບິນ ຮຸ່ນ ມີ-17 ຈໍານວນ 4 ລໍາ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2018 ນີ້, ທີ່ສະໜາມບິນກອງພັນໃຫຍ່ 703 ນະຄອນຫຼວງ
ວຽງຈັນ, ພາຍຫລັງບໍລິສັດຖືຮຸ້ນເຮລີກົບແຕຣັດເຊຍ ສໍາເລັດການສ້ອມແປງໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ພົນຕີ ພູວົງ ວົງພົມ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານອຸປະທູດຣັດເຊຍ ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່ກະຊວງປ້ອງກັນປະເທດ ແລະ
ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.


ທ່ານ ພົນຕີ ພູວົງ ວົງພົມ ເປັນປະທານມອບ - ຮັບ ເຮືອບິນ ມີ - 17 ຈຳນວນ 4 ລຳພາຍຫຼັງສຳເລັດການສ້ອມແປງ

     ໃນພິທີທ່ານ ເຊີເກ ຢູເຊບ ໄດ້ກ່າວລາຍງານຜົນສໍາເລັດ ຂອງການດໍາເນີນງານສ້ອມແປງ ພ້ອມທັງກ່າວມອບເຮືອບິນຈໍານວນ 4 ລໍາ ໂດຍແມ່ນທິມ
ງານປະກອບເຮືອບິນຂອງ ບໍລິສັດຖືຮຸ້ນເຮລີກົບແຕຣັດເຊຍ ເຊິ່ງເປັນວິສາຫະກິດລັດທີ່ມີຊື່ສຽງດ້ານການບໍລິການຫລັງການຂາຍໃນພາກພື້ນອາຊີ-ປາຊີຟິກ.
ປັດຈຸບັນມີຜູ້ນໍາໃຊ້ເຮລີກົບແຕທີ່ຜະລິດໂດຍຣັດເຊຍ ແລະ ສະຫະພາບໂຊວຽດຈໍາ ນວນປະມານ 500 ລໍາ, ພວກເຮົາມີຄວາມພ້ອມທີ່ຈະຈັດຫາ, ແກ້ໄຂ,
ສ້ອມແປງ ແລະ ຍົກລະດັບເຮືອບິນທຸກຮຸ່ນທີ່ຜະລິດໂດຍຣັດເຊຍ. ບໍລິສັດຖືຮຸ້ນເຮລີກົບແຕຣັດເຊຍ ແມ່ນໜຶ່ງໃນຜູ້ນໍາດ້ານການຜະລິດເຮືອບິນລະດັບ
ໂລກ, ເປັນບໍລິສັດດຽວທີ່ຜະລິດເຮລີກົບແຕຢູ່ຣັດເຊຍ ສ້າງຕັ້ງ ຂຶ້ນໃນປີ 2007. 

     ໂອກາດດຽວກັນ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ມີຄໍາເຫັນກ່າວຮັບ ເຊິ່ງກ່ອນອື່ນທ່ານ
ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍຮັບຜິດຊອບດໍາເນີນການສ້ອມແປງຢ່າງຕັ້ງໜ້າ ແລະ ພະນັກງານວິຊາການທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ສຸມ
ສະຕິປັນຍາ, ເຫື່ອແຮງປະກອບກັບຄວາມຮູ້, ຄວາມສາມາດ ເຮັດໃຫ້ການສ້ອມແປງສໍາເລັດຜົນຕາມລະດັບຄາດໝາຍ ແລະ ສາມາດນໍາໃຊ້ໄດ້ຢ່າງເປັນປົກ
ກະຕິ, ເຊິ່ງຜົນສໍາເລັດໃນຄັ້ງນີ້ ແມ່ນນອນໃນບັນຍາກາດທີ່ທົ່ວກອງທັບ ແລະ ປວງຊົນລາວບັນດາເຜົ່າ ພວມພ້ອມກັນອອກແຮງແຂ່ງຂັນສ້າງຜົນງານຂໍ່າ
ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີໃນມໍ່ໆນີ້, ພ້ອມນັ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງຊາດ, ສອງ
ກອງທັບລາວ-ຣັດເຊຍ ແມ່ນມີມາແຕ່ດົນນານ ແລະ ກາຍເປັນມູນເຊື້ອອັນສະຫງ່າງາມ, ຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນພາລະກິດປົກປັກ
ຮັກສາ ແລະ ພັດທະນາປະເທດ ຂອງ ສປປ ລາວ, ເວລາໃດ ພວກເຮົາກໍໄດ້ຮັບການອຸ້ມຊູມ ຊ່ວຍເຫລືອຈາກສະຫະພາບໂຊວຽດໃນເມື່ອກ່ອນ ກໍຄືສະຫະ
ພັນຣັດເຊຍໃນປັດຈຸບັນ, ກອງທັບປະຊາຊົນລາວ ເວລາໃດກໍຕີລາຄາສູງຕໍ່ຄວາມກ້າວໜ້າ ແລະ ຂະຫຍາຍຕົວດ້ານເຕັກນິກ ການທະຫານຂອງຣັດເຊຍ. 

     ການມອບ-ຮັບເຮືອບິນຄັ້ງນີ້, ແມ່ນສັນຍາລັກທີ່ມີຄວາມໝາຍສໍາຄັນ ເພື່ອສະແດງໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວໃນການພົວພັນຮ່ວມມື
ສະໜິດແໜ້ນ ດ້ານວຽກງານປ້ອງກັນຊາດ ຂອງສອງຝ່າຍ ແລະ ສະແດງ ໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງກອງທັບປະຊາຊົນລາວ ຕໍ່ການນໍາໃຊ້ຜະ
ລິດຕະພັນຂອງ ສະຫະພັນຣັດເຊຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ຜົນສໍາເລັດໃນການສ້ອມແປງຄັ້ງນີ້ຈະເປັນການປະກອບສ່ວນອັນໃຫຍ່ຫລວງ ໃນການຈັດຕັ້ງ
ປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ພັດທະນາປະເທດ ຊາດຂອງ ສປປ ລາວ ໃນການເຮັດສໍາເລັດໜ້າທີ່ຂອງຕົນໃນສະເພາະຫນ້າ
ແລະ ຍາວນານ. 

     ພາຍຫລັງພິທີທາງການສໍາເລັດ, ຜູ້ເຂົ້າຮ່ວມຍັງໄດ້ຊົມການບິນທົດລອງຈາກຈຸບິນກອງພັນໃຫຍ່ 703 ເຊິ່ງເຫັນວ່າບິນໄດ້ ປົກກະຕິດີ. ຈາກນັ້ນ, ຜູ້
ຕາງໜ້າ ຈາກກອງພັນໃຫຍ່ດັ່ງກ່າວ ແລະ ຝ່າຍບໍລິສັດຖືຮຸ້ນເຮລີກົບແຕຣັດເຊຍ ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ແລະ ມອບໃບຢັ້ງຢືນ ຕໍ່ອາຍຸການນໍາໃຊ້
ເຮືອບິນຈໍານວນດັ່ງກ່າວອອກໄປອີກ 8 ປີ.