ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ
ຂອງຄະນະຜູ້ແທນເຫຼົ່າຮົບຕີພິເສດ ກອງທັບປະຊາຊົນຫວຽດນາມ

     ວັນທີ 11 ມີຖຸນານີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທໍາ ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງຄະນະຜູ້ແທນກອງບັນຊາການເຫຼົ່າຮົບຕີພິເສດ ກອງທັບປະຊາຊົນຫວຽດນາມ
ນຳໂດຍສະຫາຍ ພົນຈັດຕະວາ ໂດ ແທງ ບິງ ຫົວໜ້າກອງບັນຊາການເຫຼົ່າຮົບຕີພິເສດ ກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອ ກາດທີ່ຄະນະເດີນທາງ
ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ພົນຈັດຕະວາ ປະສິດ ທ່ຽງທໍາ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນເຫຼົ່າຮົບຕີພິເສດ ກອງທັບປະຊາຊົນຫວຽດນາມ

     ໂອກາດນີ້, ສະຫາຍ ພົນຈັດຕະວາ ປະສິດ ທ່ຽງທໍາ ໄດ້ຕາງໜ້າຄະນະນຳກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ສະແດງຄວາມຍິນດີຕ້ອນຮັບ
ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດເຮົາຂອງສະຫາຍ ພົນຈັດຕະວາ ໂດ ແທງ ບິງ ພ້ອມດ້ວຍຄະນະໃນຄັ້ງ
ນີ້ ເຊິ່ງຈະເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ 2 ກອງທັບ ກໍຄືລະຫວ່າງເຫຼົ່າຮົບ
ຕີພິເສດກອງທັບປະຊາຊົນ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງໆຂື້ນ, ພ້ອມທັງຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດ ສສ ຫວຽດນາມ ກໍຄືເຫຼົ່າ
ຮົບຕີພິເສດທີ່ຍາມໃດກໍໃຫ້ການຊ່ວຍ ເຫຼືອເຫຼົ່າຮົບຕີພິເສດ ກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.

     ສະຫາຍ ພົນຈັດຕະວາ ໂດ ແທງ ບິງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການທີ່ໄດ້ໃຫ້ການຕ້ອນ
ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານ ແລະ ທົບທວນຄືນ ເຖິງໝາກຜົນຂອງການພົວພັນຮ່ວມມືກັນລະຫວ່າງກະຊວງປ້ອງກັນປະເທດ ຫວຽດ
ນາມ-ລາວ, ລວມທັງໝາກຜົນຂອງການພົບປະແລກປ່ຽນບົດຮຽນລະຫວ່າງສອງເຫຼົ່າຮົບຕີພິເສດຂອງກອງທັບຫວຽດນາມ-ລາວ ໃນຄັ້ງນີ້, ພ້ອມທັງໃຫ້
ການຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດ ພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີພິເສດ ແລະ
ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບກໍຄືສອງເຫຼົ່າຮົບຕີພິເສດໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວກວ້າງຂວາງຍິ່ງໆຂຶ້ນ.