ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການທະຫານວິທະຍາຄານກົມມະດຳ
ພົບປະໂອ້ລົມນັກຮຽນ-ນັກສຶກສາ ລະບົບ 1 ປີ ຊຸດທີ 13

     ວັນທີ 9 ມິຖຸນາ 2017 ນີ້, ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວໜ້າການທະຫານວິທະຍາ ຄານກົມມະດຳ ໄດ້ລົງພົບປະໂອ້ລົມນັກຮຽນ-ນັກ
ສຶກສາ ລະບົບ 1 ປີ ຊຸດທີ 13 ກ່ອນອອກເຝິກແອບພາກສະໜາມ ໂດຍມີບັນດາຄູ-ອາຈານ ພ້ອມດ້ວຍພະນັກງານ ແລະ ນັກຮຽນ-ນັກສຶກສາ ລະບົບ 1 ປີ
ຊຸດທີ 13 ເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ບຸນຈັນ ລາດຊະວົງ ລົງພົບປະໂອ້ລົມນັກຮຽນ-ນັກສຶກສາລະບົບ 1 ປີຊຸດທີ 13

     ການພົບປະໂອ້ລົມໃນຄັ້ງນີ້ ທ່ານຫົວໜ້າການທະຫານ ວກ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນທີ່ກົມ
ໃຫຍ່ເສນາທິການກອງທັບວາງອອກ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນບັນດາຂໍ້ສະດວກ-ຂໍ້ຫຍຸ້ງຍາກຕ່າງໆ ບັນດາພາກບົດເນື້ອໃນທີ່ຈະເຝິກແອບ
ຮໍ່າຮຽນຕະຫຼອດເວລາ 1 ອາທິດ ທີ່ຈະຕ້ອງສູ້ຊົນເອົາໃຈໃສ່ຕັ້ງໜ້າຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ກຳໃຫ້ໄດ້ຈັງຫວະບາດກ້າວພາກ ທິດສະດີຫຼັກການ
ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ ພາກວິຊາສິລະປະຍຸດ-ຍຸດທະວິທີທະຫານຮາບ ເພື່ອຮັບປະກັນໃຫ້ໄດ້ກຳລັງພົນ ແລະ ພາຫະນະປອດໄພ 100%
ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄູ-ອາຈານ ເອົາໃຈໃສ່ໃນການເຝິກແອບໃນຄັ້ງນີ້ໃນເງື່ອນໄຂສະພາບພູມີປະເທດເປັນປ່າດົງຕຶບໜາ, ບາງບ່ອນເປີດ
ແປນ, ເປັນປ່າເຫຼົ່າ, ເປັນຫ້ວຍຮ່ອງຄອງບຶງທີ່ຈະໄດ້ເຄື່ອນໄຫວຫັດແອບຕົວຈິງທັງກາງເວັນ ແລະ ກາງຄືນ ສຸມໃສ່ ເຮັດແນວໃດເພື່ອບັນທຶກເກັບກຳຍາດ
ແຍ່ງເອົາບົດຫັດແອບສັງລວມນຳຄູ-ອາຈານຢູ່ວິທະຍາຄານແຫ່ງນີ້ພາຍຫຼັງກັບຄືນກົມກອງ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດຜົນປະໂຫຍດ
ສູງຂຶ້ນເລື້ອຍໆ.