ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຈ້ງຂ່າວເສົ້າສະຫຼົດໃຈ

.

     ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວແກ້ວບຸນພັນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງ
ສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການ ສູນກາງພັກ ສະໄໝທີ I, II, III,
IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກ
ລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະ
ຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ, ອະ
ດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; ໄດ້ເຖິງແກ່ມໍລະນະກໍາແລ້ວ.

     ພາຍຫຼັງທີ່ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງ, ການຈັດຕັ້ງພັກ-ລັດ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງ ປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມ
ສາມາດ ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈິ່ງໄດ້ສິ້ນລົມຫາຍໃຈ ໃນເວລາ 7 ໂມງ 09 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນ 92ປີ.
ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດ ຊາດ ແລະ ການປະຕິວັດ; ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ,
ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນ ໃນບັນດາການນໍາຮຸ່ນທໍາອິດ ເຊິ່ງໄດ້ກໍຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ
ສປປ ລາວ, ສູນກາງແນວລາວ ສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 05 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ປັດຈຸບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່
ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2020 ເວລາ 13 ໂມງ 30 ນາທີ
ທີ່ເດີ່ນພະທາດຫຼວງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດ ເພື່ອຊາບທົ່ວເຖິງກັນ. ນະຄອນຫຼວງວຽງຈັນ,
ວັນທີ 12 ພຶດສະພາ 2020 - ຄະນະບໍລິຫານງານສູນກາງພັກ - ສະພາແຫ່ງຊາດ - ລັດຖະບານແຫ່ງ ສປປ ລາວ - ສູນກາງແນວລາວສ້າງຊາດ.