ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວສຳເລັດການເຂົ້າຮ່ວມກອງປະຊຸມ
ຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 16


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 16

     ໃນລະຫວ່າງວັນທີ 6-8 ມີນາ 2019 ນີ້, ຄະນະຜູ້ແທນຂອງກອງທັບປະຊາຊົນລາວ, ນໍາໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 16 ພາຍໃຕ້ຄໍາຂວັນ
“ຄວາມໝັ້ນຄົງທີ່ຍືນຍົງ” ທີ່ເມືອງພັດທະຍາ, ຣາຊະອານາຈັກໄທ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ພົນພິພັດ ເບນຍະສີ ຜູ້ບັນຊາການທະຫານສູງສຸດຂອງ
ກອງທັບ ແຫ່ງຣາຊອານາຈັກໄທ, ມີຜູ້ບັນຊາການທະຫານສູງສຸດ ແລະ ມີຄະນະຜູ້ແທນຂອງກອງທັບບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ກອງປະຊຸມໄດ້ແລກປ່ຽນທັດສະນະ ແລະ ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ, ເຊິ່ງລວມມີບັນຫາໄພພິບັດທໍາມະຊາດ, ການກໍ່
ການຮ້າຍ, ຄວາມໝັ້ນຄົງທາງລະບົບຄອມພິວເຕີ, ອາດສະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ການປະມົງທີ່ຜິດກົດໝາຍ, ການຄ້າມະນຸດ ແລະ ຢາເສບຕິດ
ແລະ ປາກົດການຫຍໍ້ທໍ້ອື່ນໆໃນສັງຄົມ. ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ, ບັນດາຜູ້ບັນຊາການທະຫານສູງສຸດຂອງອາຊຽນໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ
ອາຊຽນເພີ່ມທະວີການຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອພັດທະນາຂີດຄວາມສາມາດໃນດ້ານຕ່າງໆ ໂດຍຜ່ານກົນໄກການຮ່ວມມືທີ່ມີຢູ່, ເປັນຕົ້ນແມ່ນ
ຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ (ADMM & ADMM-Plus), ກອງປະຊຸມຜູ້ບັນຊາການທະຫານສູງສຸດອາ
ຊຽນ (ACDFM) ແລະ ກົນໄກການຮ່ວມມືອື່ນໆທີ່ກ່ຽວຂ້ອງ. ນອກນີ້, ກອງປະຊຸມຍັງເນັ້ນໜັກເຖິງຄວາມໝາຍສໍາຄັນຂອງວຽກງານການແລກປ່ຽນຂໍ້ມູນສືບຂ່າວ
ເພື່ອສະກັດກັ້ນການເຄື່ອນໄຫວຂອງກຸ່ມກໍ່ການຮ້າຍ ແລະ ໄພຂົ່ມຂູ່ອື່ນໆຕໍ່ຄວາມໝັ້ນຄົງ, ໂດຍສະເພາະແມ່ນກົນໄກຕິດຕາມເຝົ້າລະວັງການກໍ່ການຮ້າຍ ແລະ ໂຄງ
ການແລກປ່ຽນຂໍ້ມູນ-ຂ່າວສານ 365. ໃນຄະນະດຽວກັນ, ອາຊຽນຕ້ອງສືບຕໍ່ເສີມສ້າງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງຕົນ
ເພື່ອເປັນພະລັງຂັບເຄື່ອນໃຫ້ແກ່ການພົວພັນຮ່ວມມືກັບພາຍນອກ.

     ບັນດາຜູ້ບັນຊາການທະຫານສູງສຸດອາຊຽນ ຍັງໄດ້ລົງນາມບົດຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 16. ເນື້ອໃນຕົ້ນຕໍຂອງ
ບົດຖະແຫຼງການດັ່ງກ່າວນີ້ປະກອບມີ: ການຮັບຮອງເອົາຜົນສໍາເລັດຂອງກອງປະຊຸມບໍ່ເປັນທາງການຂອງຫົວໜ້າທະຫານສືບຂ່າວອາຊຽນຄັ້ງທີ 16 ແລະ ກອງປະຊຸມບໍ່ເປັນ
ທາງການຂອງໜ່ວຍປະຕິບັດການທະຫານອາຊຽນຄັ້ງທີ 9; ແຜນປະຕິບັດງານ 2 ປີ ຂອງທະຫານອາຊຽນ 2019-2021; ແລະ ຮັບຮອງເອົາການປ່ຽນຊື່ກອງປະຊຸມບໍ່ເປັນ
ທາງການຂອງຫົວໜ້າທະຫານສືບຂ່າວອາຊຽນ ແລະ ກອງປະຊຸມບໍ່ເປັນທາງການຂອງໜ່ວຍປະຕິບັດການທະຫານອາຊຽນມາເປັນກອງປະຊຸມທາງການນັບແຕ່ປີ 2020
ເປັນຕົ້ນໄປ.

     ກອງປະຊຸມຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ, ເຊິ່ງສະແດງອອກໃນການປະກອບສ່ວນ ແລະ ຄວາມເປັນເອກະພາບຂອງບັນດາປະເທດສະມາຊິກອາຊຽນຕໍ່ກັບເນື້ອ
ໃນທີ່ໄດ້ປຶກສາຫາລືໃນກອງປະຊຸມ, ໂດຍສະເພາະແມ່ນບົດຖະແຫຼງການຮ່ວມຂອງກອງປະຊຸມຄັ້ງນີ້. ສໍາລັບກອງທັບປະຊາຊົນລາວ, ໃນໄລຍະຜ່ານມາ, ພວກເຮົາກໍໄດ້ປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນກົນໄກການຮ່ວມມືດັ່ງກ່າວ, ເປັນຕົ້ນແມ່ນວຽກງານການສ້າງຂີດຄວາມສາມາດ, ການສຶກສາ ແລະ ເຝິກອົບຮົມ, ການເຝິກຊ້ອມພາກສະ
ໜາມ ແລະ ການເຂົ້າຮ່ວມກອງປະຊຸມຂັ້ນຕ່າງໆພາຍໃຕ້ຂອບຮ່ວມມືຂອງທະຫານອາຊຽນເປັນປົກກະຕິ. ຜົນງານການເຄື່ອນໄຫວວຽກງານດັ່ງ ກ່າວສະແດງເຖິງການປະ
ກອບສ່ວນອັນສໍາຄັນຂອງກອງທັບປະຊາຊົນລາວໃນການພົວພັນຮ່ວມມືວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງຂອງອາຊຽນ, ຈາກນັ້ນ ກອງທັບແຫ່ງ ຣາຊະອານາ
ຈັກໄທ, ໃນຖານະເປັນປະທານ, ໄດ້ມອບໂອນການເປັນປະທານຂອງກອງປະຊຸມຄັ້ງນີ້ໃຫ້ກອງທັບປະຊາຊົນຫວຽດນາມເປັນເຈົ້າພາບ ຈັດກອງປະຊຸມຜູ້ບັນຊາການທະຫານ
ສູງສຸດຄັ້ງທີ 17 ແລະ ກອງປະຊຸມປິ້ນອ້ອມອື່ນໆໃນປີ 2020.