ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປ

     ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ (10-11 ມີນາ 1968 10-11 ມີນາ 2018) ເນື່ອງໃນໂອກາດຂໍ່ານັບຮັບ
ຕ້ອນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 9 ມີນາ 2018 ນີ້, ຢູ່ທີ່ຖໍ້າຫ້ອງການເມືອງ
ກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ (ຖໍ້າຊ້າງລອດ) ໃນເມື່ອກ່ອນ ເມືອງວຽງໄຊ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ
ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ເປັນກຽດເຂົ້າ
ຮ່ວມກອງປະຊຸມມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານ
ຮອງລັດຖະມົນຕີ, ການນໍາບັນດາກະຊວງອ້ອມຂ້າງສູນກາງ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງພາກເໜືອ, ບັນດາທ່ານອະດີດການນຳຂອງແຂວງ,
ພະນັກງານບຳນານອາວຸໂສ ແລະບັນດາທ່ານການນຳເມືອງ, ພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ແຂກພາກສ່ວນຕ່າງໆເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄໍາຟອງ ກ່າວເປີດກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປ

     ໃນໂອກາດກ່າວເປີດກອງປະຊຸມ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ຊີ້ບອກໃຫ້ເຫັນວ່າ: ຂະບວນການປະຕິວັດຂອງປະເທດເຮົາພາຍໃຕ້ການນຳພາ
ອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ພິສູດໃຫ້ເຫັນ: ນັບແຕ່ມື້ເລີ່ມຕົ້ນແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງ
ເກົ່າ ແລະ ໃໝ່ໄດ້ມີການສູ້ຮົບຫຼາຍໆຮ້ອຍຄັ້ງນັບທາງໜ້າດິນ ແລະ ທາງອາກາດໃນນັ້ນບັ້ນຮົບປົດປ່ອຍຜາຖີ່ ແຂວງຫົວພັນ ເປັນບັ້ນຮົບໜຶ່ງທີ່ດຸເດືອດ
ແລະ ຂ້ຽວຂາດທີ່ສຸດເພາະມັນແມ່ນຈຸດທີ່ຕັ້ງຍຸດທະສາດສໍາຄັນທາງດ້ານການທະຫານຂອງຈັກກະພັດອາເມຣິກາ ແລະ ລູກມືຂາຍຊາດ, ແຕ່ພວກເຮົາກໍ
ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ນີ້ສະແດງໃຫ້ເຫັນວ່າພັກເຮົາໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍແຫ່ງການຕໍ່ສູ້ປະຕິວັດຢ່າງຖືກຕ້ອງສະຫຼາດ
ສ່ອງໃສ ແລະ ປະດິດສ້າງ, ຮູ້ຈັກໝູນໃຊ້ຮູບການ ແລະ ວິທີການສູ້ຮົບທີ່ເໝາະສົມກັບລັກສະນະຈຸດພິເສດຈຸດແຂງ ແລະ ຈຸດອ່ອນຂອງສັດຕູ ແລະ ສະ
ພາບພູມີປະເທດຂອງປະເທດເຮົາ. ໄດ້ມີການຈັດຕັ້ງຊີ້ນຳ-ນຳພາກຳລັງປະກອບອາວຸດເຂົ້າໃນການສູ້ຮົບຢ່າງມີໄຫວພິບ, ຮູ້ຈັກໜູນໃຊ້ໂອກາດ ແລະ ເງື່ອນ
ໄຂທີ່ເໝາະສົມ, ຮູ້ ຈັກຍາດແຍ່ງເອົາການຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກເພື່ອນມິດສາກົນ ພິເສດແມ່ນຍາດເອົາການຊ່ວຍເຫຼືອຈາກກອງທັບ
ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງໄດ້ຄຽງບ່າຄຽງໄຫລ່ຮ່ວມກັນເສຍສະຫຼະເລືອດເນື້ອເພື່ອຍາດເອົາໄຊຊະນະມາໃຫ້ປະຊາຊົນ 2 ຊາດຢ່າງສະຫ່ງາ
ງາ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຜາຖີ່ກໍ່ຍັງແມ່ນທີ່ຕັ້ງສຳຄັນໜຶ່ງຢູ່ແຂວງຫົວພັນທາງດ້ານການທະຫານ. ເພາະກຸ່ມຄົນບໍ່ດີຖືເອົາຂອບເຂດດັ່ງ
ກ່າວເປັນບ່ອນອີງໃນການເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ແຂວງຫົວພັນ, ດ້ວຍເຫດນັ້ນການສະເຫຼີມສະຫຼອງບັ້ນຮົບປົດປ່ອຍຜາຖີ່ ຈິຶ່ງມີຄວາມໝາຍສຳ
ຄັນທາງດ້ານທິດສະດີ ແລະ ພຶດຕິກຳ.

     ຈຸດປະສົງກອງປະຊຸມວິທະຍາສາດຂອງພວກເຮົາເທື່ອນີ້ ແມ່ນຍົກໃຫ້ເຫັນທາດແທ້ກົນອຸບາຍອັນປ່າເຖື່ອນຂອງຈັກກະພັດອາເມຣິກາ ແລະ ປະຕິການ
ຂາຍຊາດ, ທັງຊອກໃຫ້ເຫັນຄຸນຄ່າທາງດ້ານວິທະຍາສາດໃນ ການຊີ້ນຳນຳພາອັນປີຊາສາມາດຂອງພັກ, ລັດຖະບານ, ການຊີ້ນຳບັນຊາຂອງກອງບັນຊາການ
ສູງສຸດກອງທັບປົດປ່ອຍປະຊາຊົນລາວ, ເສີມຂະຫຍາຍໄດ້ທາງດ້ານທິດສະດີ ແລະ ພຶດຕິກຳດັ່ງກ່າວໃຫ້ກາຍເປັນຂະບວນການຕົວຈິງ, ເພື່ອເຕົ້າໂຮມສະຕິ
ປັນຍາ, ບົດຮຽນອັນປະເສີດຈາກທຸກພາກສ່ວນໃນສັງຄົມ, ຄົ້ນຄວ້າຫາຄວາມເປັນຈິງກ່ຽວກັບທາດແທ້, ມູນເຊື້ອ, ຜົນງານໄຊຊະນະ ແລະ ການຕໍ່ສູ້ອົງ
ອາດກ້າຫານທີ່ມີໄຫວພິບຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຊາວແຂວງຫົວພັນ.

ບັນດາພະນັກງານປະຕິວັດອາວຸໂສເລົ່າຄືນເຫດການຕົວຈິງພະຍານປະຫວັດສາດ ເນື່ອງຈາກວ່າບັນດາສະຫາຍໄດ້ເປັນຜູ້ຊີ້ນຳ-ນຳພາ
ແລະ ຕິດພັນກັບບັ້ນຮົບປົດປ່ອຍຜາຖີ່ຢ່າງແທ້ຈິງ


ທ່ານ ພົ.ວ ຄຳຫອມ ແສງບົວລົມ          ທ່ານ ພົ.ວ ແກ່ນສີ ມະນີວົງ


ທ່ານ ພົ.ວ ວຽງວິໄລ ວິມະໂນ              ທ່ານ ເຢືອງ ແມັງ ຫວຽດ


ທ່ານ ພົ.ວ ຄຳຜາງ ກອງຈັນແສງ         ທ່ານ ພັ.ອ ຄຳເພົ້າ ນັນທະບຸດດີ

     ເນື້ອໃນເອກະສານທີ່ຈະນຳມາເຜີຍແຜ່ໃນກອງປະຊຸມວິທະຍາສາດຄັ້ງນີ້ ມີທັງໝົດ 15 ບົດ, ເນື້ອໃນແຕ່ລະບົດນັ້ນລ້ວນແຕ່ພົວພັນເຖິງການປະສານ
ສົມທົບລະຫວ່າງກຳລັງກອງທັບປົດປ່ອຍປະຊາຊົນລາວ ກັບກຳລັງທະຫານອາສາສະໝັກຫວຽດນາມອ້າຍນ້ອງ ແລະ ການຊີ້ນຳ-ນຳພາທີ່ສະຫຼາດສ່ອງໃສ
ຂອງພັກ ແລະ ແນວລາວຮັກຊາດໃນການຈັດຕັ້ງປະຕິບັດໃນການສູ້ຮົບຕີຕ້ານການຮຸກຮານຂອງຈັກກະພັດອາເມຣິກາ ແລະ ລູກ ແຫຼ້ງຕີນມືຂາຍຊາດຂອງ
ພວກເຂົາ. ເພື່ອປົດປ່ອຍປະເທດຊາດ ເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕໃນທົ່ວປະເທດ. ໃນກອງປະຊຸມໄດ້ຮັບຟັງເລົ່າຄືນເຫດການຕົວຈິງຂອງ
ພະຍານປະຫວັດສາດຈາກພະນັກງານປະຕິວັດອາວຸໂສ, ເນື່ອງຈາກວ່າບັນດາສະຫາຍທີ່ເວົ້າມານັ້ນ, ໄດ້ເປັນຜູ້ຊີ້ນຳ-ນຳພາ ແລະ ຕິດພັນກັບບັ້ນຮົບປົດປ່ອຍ
ຜາຖີ່ຢ່າງແທ້ຈິງ.


ພົນໂທ ຈັນສະໝອນ ຈັນຍາລາດ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສຳມະນາວິທະຍາສາດ ບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ຈາກບັນດາບົດຮຽນບັ້ນຮົບປົດປ່ອຍຜາ
ຖີ່ພວກເຮົາຄວນສືບຕໍ່ຄົ້ນຄວ້າບັນດາບັ້ນຮົບອື່ນໆ ແລະ ໝູນໃຊ້ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນສະພາບການໃໝ່
ໂດຍນຳໃຊ້ເຂົ້າໃນການສິດສອນບາງເນື້ອໃນຢູ່ບັນດາວິທະຍາຄານການທະຫານ ຫຼື ໂຮງຮຽນຕ່າງໆໃນທົ່ວປະເທດ. ບັ້ນສຳມະນາວິທະຍາສາດຄັ້ງນີ້ມີຄວາມ
ໝາຍທາງດ້ານການເມືອງຢ່າງກວ້າງຂວາງ ດັ່ງນັ້ນຮຽກຮ້ອງບັນດາສະຫາຍຈົ່ງນຳເອົາຄວາມໝາຍຄວາມສຳຄັນແຫ່ງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ຫວນຄືນ
ປະຫວັດສາດ-ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນເຮົາ ສຶກສານ້ຳໃຈຮັກຊາດ ຮັກລະບອບປະຊາທິປະໄຕ ຮັກບ້ານເກີດເມືອງນອນໃຫ້ຄົນຮຸ່ນ
ສືບທອດເຂົ້າໃຈເຖິງຄວາມເສຍສະຫຼະເລືອດເນື້ອ ຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກລຳ ບາກນາໆປະການແຕ່ມີຄວາມເດັດດ່ຽວໜຽວແໜ້ນສະ
ຫຼາດສ່ອງໃສໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ ເພື່ອຕີເອົາຊະນະຈັກກະພັດຜູ້ຮຸກຮານທີ່ມີກຳລັງເຂັ້ມແຂງລື່ນເຮົາຫຼາຍເທົ່າ. ເປັນການຊຸກ
ຍູ້ປຸກ ລະດົມທົ່ວກອງທັບທົ່ວປວງຊົນເຮົາ ສືບຕໍ່ປົກປັກຮັກສາປະເທດຊາດໃຫ້ມີຄວາມໜັກແໜ້ນທາງດ້ານການ ເມືອງເສດຖະກິດຂະຫຍາຍຕົວຢ່າງໝັ້ນ
ທ່ຽງເສີມຂະຫຍາຍມານະຈິດປະຕິວັດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ້ຊົນສ້າງປະເທດຊາດໃຫ້ຫຼຸດ
ພົ້ນອອກຈາກຄວາມດ້ອຍພັດທະນາແຕ່ນີ້ຮອດປີ 2020.


ພາບລວມພາຍໃນກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປ