ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງຫົວພັນສະເຫຼີມສະຫຼອງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປ

     ພິທີໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ (10-11 ມີນາ 1968 - 10-11 ມີນາ 2018 ) ໄດ້ຈັດຂຶ້ນຢ່າງ
ຄຶກຄື້ນໃນວັນທີ 10 ມີນາ 2018 ນີ້, ຢູ່ທີ່ສະໜາມກີລາແຂວງຫົວພັນ ໂດຍການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກເລ
ຂາພັກແຂວງ, ເຈົ້າແຂວງໆຫົວພັນ ແລະ ເປັນກຽດເຂົ້າຮ່ວມມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະ
ມົນຕີກະຊວງປ້ອງກັນປະເທດ, ມີກຳມະການສູນກາງພັກ, ການນໍາພັກແຂວງ, ພະນັກງານອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາຕົວແທນ
ກົມກອງກໍາລັງປະກອບອາວຸດຈາກສູນກາງ, ພາກເໜືອຂອງລາວ ແລະ ຫວຽດນາມ, ບັນດາແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ-ລັດຖະກອນ, ພໍ່
ແມ່ປະຊາຊົນຊາວແຂວງຫົວພັນເຂົ້າຮ່ວມ.

     ທ່ານ ວັນໄຊ ແພງຊຸມມາ ໄດ້ຂຶ້ນກ່າວປາໄສວ່າ: ບັ້ນຮົບປົດປ່ອຍຜາຖີ່ເປັນບັ້ນຮົບທີ່ຍິ່ງໃຫຍ່ດຸເດືອດຂ້ຽວຂາດທີ່ສຸດໄຊຊະນະບັ້ນຮົບປົດປ່ອຍຜາຖີ່
ແມ່ນໄຊຊະນະຂອງກຳລັງແຮງແຫ່ງນໍ້າໃຈຮັກຊາດ, ນໍ້າໃຈຄຽດແຄ້ນຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື, ນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ພິລະອາດ
ຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນກອງທັບ ແລະ ປະຊາຊົນແຂວງຫົວພັນ ທັງແມ່ນ ໄຊຊະນະຂອງກຳລັງແຮງ
ແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດ ລະຫວ່າງ ລາວ-ຫວຽດນາມ ມັນແມ່ນໝາກຜົນແຫ່ງຄວາມສາມັກຄີ ແລະ ສະໜັບສະໜູນຈາກບັນ
ດາເພື່ອນມິດສາກົນ ໄຊຊະນະດັ່ງກ່າວໄດ້ກາຍເປັນຂີດໝາຍທາງປະຫວັດສາດ ເພາະເປັນການທັບມ້າງເຈດຈຳນົງຍຸດທະສາດຂອງຜູ້ມາຮຸກຮານ ແລະ ລູກ
ແຫຼ້ງຕີນມືຂອງພວກເຂົາທີ່ຫວັງບຽດຍຶດເອົາບໍລິເວນຈອມຜາຖີ່ສ້າງເປັນແປ້ນຢັນຢຶດເອົາບັນດາແຂວງພາກເໜືອລາວ ແລະ ໜີບຮັດເອົາບັນດາແຂວງທາງ
ທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໄຊຊະນະບັ້ນຮົບປົດປ່ອຍຜາຖີ່ເປັນຂີດໝາຍແຫ່ງການປະລາໄຊຂອງຈັກກະພັດຜູ້ມາຮຸກຮານ ແລະ ລູກແຫຼ້ງຕີນ
ມືຂອງພວກເຂົາທີ່ດຳເນີນສົງຄາມພິເສດຢູ່ລາວ, ປະຫວັດສາດນີ້ມັນໄດ້ເຮັດໃຫ້ກຳລັງການປະຕິວັດເຕີບໃຫຍ່ເຂັ້ມແຂງຂຶ້ນ, ເຂດປົດປ່ອຍນັບມື້ນັບຂະ
ຫຍາຍຕົວກວ້າງອອກຢ່າງບໍ່ຢຸດຢັ້ງ, ບັ້ນຮົບປົດປ່ອຍຜາຖີ່ເປັນບັ້ນຮົບໃຫຍ່ ແລະ ມີຄວາມໝາຍປະຫວັດສາດ ກົມການເມືອງສູນກາງພັກກະຊວງປ້ອງກັນ
ປະເທດ ຈິ່ຶງໄດ້ຕົກລົງເປີດກອງປະຊຸມສຳມະນາວິທະຍາສາດສະຫຼອງບັ້ນຮົບປົດປ່ອຍຜາຖີ່ ຄົບຮອບ 50 ປີ.

     ໃນໂອກາດດັ່ງກ່າວນີ້, ທ່ານ ວັນໄຊ ແພງຊຸມມາ ໄດ້ຕາງໜ້າໃຫ້ຄະນະພັກ, ອໍານາດການປົກຄອງແຂວງຮຽກຮ້ອງມາຍັງຄະນະພັກອຳນາດການປົກ
ຄອງຂັ້ນຕ່າງໆທົ່ວແຂວງຫົວພັນ ຈົ່ງສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ກໍຄືເນື້ອໃນມະຕິກອງປະຊຸມໃຫຍ່
ຄັ້ງທີ 10 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງຫົວພັນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລັດ
ຖະບານວາງອອກໃຫ້ປາກົດຜົນເປັນຈິງບຸກບືນແກ້ໄຂຄວາມທຸກຍາກຂອງປະຊາຊົນເອົາວຽກງານດັ່ງກ່າວເປັນຄວາມຮັບຜິດຊອບ, ເປັນພາລະໜ້າທີ່ການ
ເມືອງອັນຮີບດ່ວນຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ພວກເຮົາຕ້ອງບຸກທະລຸໃຫ້ໄດ້ ແລະ ເຂົ້າໃຈວ່າຄວາມທຸກຍາກຂອງປະຊາຊົນບໍ່ໄດ້ຮັບ
ການແກ້ໄຂ ແຂວງຫົວພັນພວກເຮົາກໍບໍ່ສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໄດ້ ເພື່ອເຮັດລ້ອນໜ້າທີ່ອັນໜັກໜ່ວງ ແລະ ຮີບດ່ວນດັ່ງກ່າວ
ມາຂ້າງເທິງນັ້ນ ແຂວງຫົວພັນພວກເຮົາຕ້ອງຮີບຮ້ອນນຳພາປະຕິບັດບາງເນື້ອໃນຈິດໃຈດັ່ງນີ້: ເສີມຂະຫຍາຍມູນເຊື້ອພິລະອາດຫານ, ຄວາມສາມັກຄີ
ເປັນປືກແຜ່ນແໜ້ນໜາ ເພື່ອພ້ອມກັນຍາດເອົາໄຊຊະນະໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນໃຫ້ຈະເລີນຮຸ່ງເຮືອງ, ຕັ້ງໜ້າ
ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າເຊີດຊູນໍ້າໃຈຮັກຊາດຮັກລະບອບໃໝ່, ເອກະລາດ ເປັນເຈົ້າຕົນ
ເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງ ແຂວງຫົວພັນໃຫ້ໄດ້ຮັບການພັດທະນາເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ
ຍຸຕິທຳ ແລະ ສີວິໄລ, ຕັ້ງໜ້າປົກປັກຮັກສາແຂວງຫົວພັນວີລະຊົນທີ່ໝັ້ນຂອງການປະຕິວັດໃຫ້ມີຄວາມສະຫງົບໜັກແໜ້ນ ສັງຄົມມີຄວາມເປັນລະບຽບ
ຮຽບຮ້ອຍ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງກວ້າງຂວາງ, ອອກແຮງປະຕິບັດທິດນຳສ້າງແຂວງ
ຫົວພັນເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາດ້ວຍຈິດໃຈບຸກທະລຸ ໂດຍມີ
ການປະສານງານຢ່າງກົມກຽວລະຫວ່າງຂະແໜງການຕ່າງໆ, ຄະນະພັກອຳນາດການປົກຄອງແຕ່ລະຂັ້ນຕ້ອງເພີ່ມຄວາມຮັບຜິດຊອບໃຫ້ມີການຫັນປ່ຽນດີ
ຂຶ້ນເປັນກ້າວໆ. ໂອກາດນີ້ໄດ້ຮັບຊົມການສວນສະໜາມບັນດາກ້ອນກໍາລັງປະກອບອາວຸດ ແລະ ກ້ອນມວນຊົນຊາວແຂວງຫົວພັນອີກດ້ວຍ.