ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອວຍພອນການນຳກະຊວງປ້ອງກັນປະເທດ ໃນໂອກາດ
ສົ່ງທ້າຍປີເກົ່າ ຄສ 2016 ຕ້ອນຮັບປີໃໝ່ ຄສ 2017

     ທ້າຍເດືອນ ທັນວາ 2016 ຜ່ານມານີ້, ຄະນະພັກ-ຄະນະອຳນວຍການວິທະຍາຄານກົມມະດຳ ( ວກ ) ນຳໂດຍ ທ່ານ ພົນຈັດຕະວາ ບຸນຈັນ ລາດ
ສະວົງ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນ ທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍ
ປີເກົ່າ ຄສ 2016 ຕ້ອນຮັບປີໃໝ່ ຄສ 2017.

                                
                                                ເຂົ້າອວຍພອນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໃນໂອກາດສົ່ງທ້າຍປີເກົ່າຄສ 2016 ຕ້ອນຮັບປີໃໝ່ຄສ 2017

     ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ໄດ້ຕາງໜ້າໃຫ້ແກ່ຄະນະພັກ-ຄະນະອຳນວຍການ ວກ ພະນັກ ງານ-ນັກຮົບ ແລະນັກຮຽນ, ນັກສຶກສາ ໄດ້
ກ່າວສະແດງຄວາມຮູ້ບຸນຄຸນມາຍັງການນຳກະຊວງປ້ອງກັນປະເທດແຕ່ລະທ່ານ ເຊິ່ງຍາມໃດກະຊວງປ້ອງກັນປະເທດກໍໄດ້ນຳພາສ້າງກອງທັບໃຫ້ເປັນກອງ
ທັບປະຕິວັດ ມີແບບແຜນ ແລະທັນສະໄໝ ໂດຍເວົ້າສະເພາະແມ່ນໄດ້ຊີ້ນຳ ວກ ໃນການສ້າງຖັນແຖວນາຍທະຫານຮຸ່ນສືບທອດໃຫ້ແກ່ກຳລັງຫຼວງ ແລະ
ກຳລັງທ້ອງຖິ່ນໃນທົ່ວປະເທດ. ພ້ອມກັນນັ້ນໃນໂອກາດປີໃໝ່ ຄສ 2017 ນີ້ ຂໍອວຍພອນໄຊອັນປະເສີດມາຍັງການນຳກະຊວງປ້ອງກັນປະເທດແຕ່ລະທ່ານ
ຈົ່ງມີສຸຂະພາບເຂັ້ມແຂງມີພະລານາໄມສົມບູນ ແລະມີຄວາມຜາສຸກໃນຊີວິດສ່ວນຕົວກໍຄືຄອບຄົວ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈມາຍັງຄະນະພັກຄະນະອຳນວຍການ ວກ ທີ່ໄດ້ເຂົ້າອວຍພອນໃນໂອກາດສົ່ງທ້າຍ
ປີເກົ່າ ຄສ 2016, ຕ້ອນຮັບປີໃໝ່ ຄສ 2017 ແລະພ້ອມທັງຝາກຄວາມຢື້ຢາມຖາມຂ່າວ ແລະອວຍພອນມາຍັງພະນັກງານ-ນັກຮົບ ແລະນັກຮຽນ, ນັກ
ສຶກສາຢູ່ວິທະຍາຄານ ຈົ່ງມີສຸຂະພາບເຂັ້ມແຂງ ແລະພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໃຫ້.