ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ
6 ແຂວງພາກເໜືອ ແລະ 2 ກອງພົນ ປະຈຳປີ 2016

     ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບບັນດາ 6 ແຂວງພາກເໜືອ ແລະ2 ກອງພົນ ໄດ້ຈັດຂຶ້ນຢູ່ທີ່ແຂວງໄຊຍະບູລີໃນວັນ
ທີ 5 ມັງກອນ 2017 ນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ
ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ມີຄະນະນຳກະຊວງປ້ອງກັນຄວາມສະຫງົບ, ບັນດາ
ເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອ ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກ 2 ກອງ
ພົນ ແລະມີບັນດາເຈົ້າເມືອງຈາກ 11 ເມືອງທີ່ຂຶ້ນກັບແຂວງໄຊຍະບູລີເຂົ້າຮ່ວມ.

                                
                                                      ທ່ານພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 6 ແຂວງພາກເໜືອ

     ໃນກອງປະຊຸມຄັ້ງນີ້ ພັນເອກ ກູດ ພົມມາ ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອ ໃນປີ 2016 ທີ່ຜ່ານມາ ພ້ອມກັບຜ່ານທິດທາງແຜນການໃນປີ 2017 ເຊິ່ງມີບາງ
ຕອນໄດ້ຊີ້ອອກວ່າ: ໃນ 1 ປີຜ່ານມາບັນດາຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອຳນາດການປົກຄອງແຂວງແຕ່ລະຂັ້ນໄດ້ຫັນເອົາພະ
ນັກງານລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານປ້ອງກັນຊາດຕິດລຽນ, ຕິດພັນກັບການສ້າງບ້ານ ແລະກຸ່ມບ້ານພັດທະນາຕາມຈຸດ
ສຸມຂອງແຕ່ລະແຂວງ ພ້ອມກັບປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ປັດຈຸບັນຢູ່ 6 ແຂວງພາກເໜືອ
ປະກອບມີ 47 ເມືອງ, ມີພົນລະເມືອງ 1.660.235 ຄົນ, ມີ 2.819 ບ້ານ ໃນນັ້ນສາມາດສ້າງບ້ານ ປ້ອງກັນໄດ້ 419 ບ້ານ, ສ້າງບ້ານປ້ອງກັນຄວາມ
ສະຫງົບໄດ້ 1.219 ບ້ານ ໃນນັ້ນມີ 802 ບ້ານໄດ້ຖືກຮັບ ຮອງເປັນບ້ານພັດທະນາ ແລະຖືກຮັບຮອງເປັນບ້ານ 3 ສ້າງ ມີ 32 ບ້ານ. ບົນພື້ນຖານການ
ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວນີ້ ແຕ່ລະກຳລັງແຕ່ລະແຂວງຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະບຳລຸງວິຊາສະເພາະໃຫ້ພະ
ນັກງານຂອງຕົນ ເພື່ອແນໃສ່ເຮັດໃຫ້ພະນັກງານຮາກຖານແຕ່ລະຂັ້ນແຕ່ລະພາກສ່ວນເປັນເຈົ້າການສະກັດກັ້ນ ແລະແກ້ໄຂບັນຫາປາກົດການຫຍໍ້ທໍ້ທາງ
ສັງຄົມໃນແຕ່ລະແຂວງໃຫ້ມີຄວາມສະຫງົບໂດຍພື້ນຖານ.

     ບັນດາຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຕ່ລະແຂວງຍັງໄດ້ຂຶ້ນປະກອບຄຳຄິດຄຳເຫັນຊີ້ແຈງບາງບັນຫາກ່ຽວກັບສະພາບການ
ທີ່ເກີດຂຶ້ນ ແລະວິທີສະກັດກັ້ນພາຍໃນແຂວງຂອງຕົນ ພ້ອມນຳສະເໜີໃຫ້ຂັ້ນເທິງມີທິດທາງແກ້ໄຂຕໍ່ກັບບາງບັນຫາທີ່ເກີດຂຶ້ນໃນລະດັບລະຫວ່າງປະເທດ
ແລະງົບປະມານໃນການກໍ່ສ້າງພື້ນຖານໂຄງລ່າງໃນເຂດທຸລະກັນດານຫ່າງໄກສອກຫຼີກທີ່ມີມູນຄ່າສູງ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນທີ່ີ 6 ແຂວງພາກ
ເໜືອ ພວມດຳເນີນການກໍ່ສ້າງ ເຊິ່ງໂຮງຮຽນຫຼັງດັ່ງກ່າວນີ້ເມື່ອສ້າງສຳເລັດແລ້ວແມ່ນຈະຮອງຮັບນັກຮຽນໄດ້ເຖິງ 300 ກວ່າຄົນຕໍ່ປີ.