ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດການແຂ່ງຂັນກີລາ-ສິລະປະວັນນະຄະດີ
ຕ້ອນຮັບວັນສ້າງຕັ້ງກອງທັບ 68 ປີ ທົ່ວກົມ ວສ-ປສ

     ຕອນບ່າຍຂອງວັນທີ 29 ທັນວາ 2016 ຜ່ານມານີ້, ກົມວິທະຍາສາດ-ປະຫວັດສາດການ ທະຫານ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນກີລາ-ສິ
ລະປະວັນນະຄະດີ ເພື່ອສ້າງຂະບວນການຟົດຟື້ນມ່ວນຊື່ນຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ ພາຍຫຼັງທີ່ໄດ້ດຳເນີນມາໄລຍະໜຶ່ງ ໂດຍ
ການເປັນປະທານຂອງ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງມີຄະນະພັກ-ຄະນະບັນຊາ ແລະນັກກີລາຈາກ
ພະແນກການຕ່າງໆໃນກົມເຂົ້າຮ່ວມ.

                                
                                                  ພັນເອກ ວຽງໄຊ ສົມວິຈິດ ເປັນປະທານປິດການແຂ່ງຂັນກີລາ-ສິລະປະວັນນະຄະດີ ຕ້ອນຮັບວັນສ້າງຕັ້ງກອງທັບ 68 ປີ

     ການຈັດຕັ້ງເຄື່ອນໄຫວແຂ່ງຂັນກີລາ-ສິລະປະວັນນະຄະດີຄັ້ງນີ້ ລວມມີ 4 ປະເພດຄື: ບານສົ່ງຊາຍ, ກະ ຕໍ້ຊາຍ, ບານສົ່ງຍິງ ແລະເປຕັງປະສົມຊາຍ-ຍິງ
ໂດຍມີທິມເຂົ້າຮ່ວມແຂ່ງຂັນ 7 ທິມ. ຜ່ານການສະຫຼຸບຜົນງານຂອງການແຂ່ງຂັນມີດັ່ງນີ້: ກີລາບານສົ່ງຊາຍ: ລາງວັນທີ 1 ແມ່ນພະແນກປະຫວັດສາດ ໄດ້
ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 300.000 ກີບ, ລາງວັນທີ 2 ແມ່ນພະແນກບໍລິຫານ ໄດ້ຮັບລາງວັນເງິນສົດ 250.000 ກີບ, ລາງວັນທີ 3 ແມ່ນຫ້ອງ
ການ ໄດ້ຮັບລາງວັນເງິນສົດ 200.000 ກີບ; ກີລາກະຕໍ້ ລາງວັນທີ 1 ແມ່ນພະແນກບໍລິຫານ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 200.000 ກີບ, ລາງ
ວັນທີ 2 ແມ່ນຫ້ອງການ ໄດ້ຮັບລາງວັນເງິນສົດ 150.000 ກີບ, ລາງວັນທີ 3 ແມ່ນພະແນກການເມືອງ ໄດ້ຮັບລາງວັນເງິນສົດ 100.000 ກີບ; ບານ
ສົ່ງຍິງ ລາງວັນທີ 1 ແມ່ນແມ່ຍິງຈຸ5+ຈຸ6 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 250.000 ກີບ, ລາງວັນທີ 2 ແມ່ນແມ່ຍິງຈຸ7+ຈຸ8 ໄດ້ຮັບລາງວັນເງິນ
ສົດ 200.000 ກີບ, ລາງວັນທີ 3 ແມ່ນແມ່ຍິງຈຸ3+ຈຸ 4 ໄດ້ຮັບລາງວັນເງິນສົດ 150.000 ກີບ; ເປຕັງປະສົມຊາຍ-ຍິງ: ລາງວັນທີ 1 ແມ່ນຫ້ອງ ການ
ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 200.000 ກີບ, ລາງວັນທີ 2 ແມ່ນພະແນກປະຫວັດສາດ ໄດ້ຮັບລາງວັນເງິນສົດ 150.000 ກີບ, ລາງວັນທີ 3 ພະ
ແນກການເມືອງ ໄດ້ຮັບລາງວັນເງິນສົດ 100.000 ກີບ; ສຳລັບການແຂ່ງຂັນປະກາດນັກຮ້ອງສຽງດີນັ້ນໄດ້ມີນັກສິລະປິນສະໝັກຫຼິ້ນເຂົ້າຮ່ວມແຂ່ງຂັນ
12 ສະຫາຍ, ຍິງ 6 ສະຫາຍ ເຊິ່ງຜົນການແຂ່ງຂັນໄດ້ຮັບລາງວັນທີ 1 ແມ່ນຮ້ອຍໂທ ນາງ ອານົງລັກ ວິໄລດາ ໄດ້ຮັບລາງວັນເງິນສົດ 200.000 ກີບ,
ລາງວັນທີ 2 ມີ 2 ສະຫາຍຄື: ວາທີ ຄຳເພັດ ຄຳທະສຸກ ແລະວາທີ ນາງ ມົນລະດີ ນາມປ້ອງ ໄດ້ຮັບລາງວັນເງິນສົດຜູ້ລະ 150.000 ກີບ, ລາງວັນທີ 3 ມີ
3 ສະຫາຍຄື: ພັນຕີ ທອງພັນ ສາຍຕາເຮືອງຮຸ່ງ, ຮ້ອຍໂທ ນາງອຸນທະສອນ ຈຸງອິສານ ແລະວາທີ ນາງ ອານິສາ ພັນສະຫວັດ ໄດ້ຮັບລາງວັນເງິນສົດຜູ້ລະ
100.000 ກີບ. ນອກຈາກນີ້ທາງກົມຍັງໄດ້ສົ່ງນັກກີລາຂອງຕົນເຂົ້າຮ່ວມການແຂ່ງຂັນກີລາ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາ ແລະກີລາ, ໃນນັ້ນ
ໄດ້ສົ່ງປະເພດກີລາບານສົ່ງຍິງເຂົ້າຮ່ວມການແຂ່ງຂັນ ແລະສາມາດຍາດໄດ້ຂັນຊະນະເລີດໃນການແຂ່ງຂັນດັ່ງກ່າວ.