ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ຕີລາຄາໝາກຜົນການພົວພັນຕ່າງປະເທດໃນປີທີ່ຜ່ານມາ

     ທ້າຍເດືອນທັນວາຜ່ານມານີ້, ກົມວິທະຍາສາດ-ປະຫວັດ ສາດການທະຫານ ໄດ້ດຳເນີນກອງປະຊຸມສະຫຼຸບຕີລາຄາໝາກຜົນການພົວພັນຮ່ວມມືກັບ
ຕ່າງປະເທດໃນປີຜ່ານມາ, ໂດຍການເປັນປະທານຂອງ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມດັ່ງກ່າວ ເຊິ່ງມີຄະນະກົມ, ພະນັກງານຫຼັກແຫຼ່ງຈາກພະແນກ
ການ ແລະພະນັກງານທີ່ເຮັດວຽກພົວພັນຕ່າງປະເທດຂອງກົມເຂົ້າຮ່ວມ.

                                
                                                    ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມສະຫຼຸບຕີລາຄາໝາກຜົນການພົວພັນຮ່ວມມືກັບຕ່າງປະເທດໃນປີຜ່ານມາ

     ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ສັງຮວມໃຫ້ຮູ້ວ່າ: ການພົວພັນຮ່ວມມືກັບຕ່າງປະເທດ
ຂອງກົມໃນປີຜ່ານມາແມ່ນບົນພື້ນຖານຍຶດໝັ້ນປະຕິບັດຕາມແນວທາງການຕ່າງປະເທດຂອງພັກໃນໄລຍະໃໝ່ ແລະທິດຊີ້ນຳຂອງຄະນະພັກກະຊວງປ້ອງ
ກັນປະເທດ, ໃນນີ້ຕົ້ນຕໍແມ່ນໄດ້ລົງເລິກພົວພັນຮ່ວມມືແໜ້ນກັບຂະແໜງການກ່ຽວຂ້ອງຂອງກອງທັບ ສສ ຫວຽດ ນາມ ໃນການແລກປ່ຽນຂໍ້ມູນ, ການ
ຄົ້ນຄວ້າ, ຂຽນ ແລະຮຽບຮຽງໂຄງການປະຫວັດສາດ-ວິທະຍາສາດດ້ານ ການທະຫານ ລວມທັງການກໍ່ສ້າງພະນັກງານວິຊາການ ແລະການປັບປຸງຂະແໜງ
ການໃຫ້ມີຄຸນນະພາບນັບມື້ດີຂຶ້ນຕາມທິດຫັນເປັນແບບແຜນທັນສະໄໝ ເຊິ່ງເຫັນວ່າບັນລຸໝາກຜົນດີຕາມຈຸດປະສົງຄາດໝາຍທີ່ສອງຝ່າຍໄດ້ຕົກລົງ
ເຫັນດີນຳກັນ.

     ນອກຈາກນີ້ກໍຍັງໄດ້ເປີດກວ້າງກ່ຽວກັບການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ, ໂດຍສະເພາະແມ່ນກອງທັບບັນດາປະເທດອາຊຽນ ເພື່ອ
ຍາດແຍ່ງເອົາບົດຮຽນດ້ານເຕັກໂນໂລຊີ-ວິທະຍາສາດທີ່ກ້າວໜ້າຢ່າງມີການເລືອກເຟັ້ນ ໝູນໃຊ້ເຂົ້າໃນການຄົ້ນຄວ້າວິທະຍາສາດຮັບໃຊ້ການທະຫານ ແລະ
ພົນລະເຮືອນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.