ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
ປະຈຳໄຕມາດ IV ທົ່ວກົມໃຫຍ່ເຕັກນິກກອງທັບ

     ໃນວັນທີ 4 ມັງກອນ 2017 ນີ້, ກົມໃຫຍ່ເຕັກນິກກອງທັບໄດ້ຈັດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ໂດຍການເປັນປະທານຂອງ
ທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາຫົວໜ້າ ແລະຮອງກົມນ້ອຍ,
ຫົວໜ້າຫ້ອງ ຮອງຫ້ອງ, ຫົວໜ້າພະແນກ ແລະຄະນະພັກ-ຄະນະບັນຊາກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມ.

                                
                                          ພົນຈັດຕະວາ ຄຳພາ ສີພອນໄຊ ເປັນປະທານກອງປະຊຸມສ່ອງແສງ ວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ IV ທົ່ວກົມໃຫຍ່ເຕັກນິກກອງທັບ

     ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງຈາກຄະນະພັກ-ຄະນະບັນຊາກົມກອງ
ຮາກຖານ ເຊິ່ງສັງຮວມແລ້ວເຫັນວ່າແຕ່ລະກົມກອງໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາເຄື່ອນໄຫວເຮັດວຽກສຶກສາອົບຮົມການເມືອງນຳພາແນວຄິດຢ່າງປົກກະຕິ
ແລະເນື່ອງນິດລຽນຕິດ, ເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ ແລະໜັກແໜ້ນທາງດ້ານການເມືອງແນວຄິດ ພ້ອມກັນນັ້ນກໍໄດ້ເອົາໃຈໃສ່
ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບພາຍໃນຂອງກົມກອງ, ນອກນີ້ຄະນະພັກ-ຄະນະບັນຊາກົມກອງກໍໄດ້ຖືໂອກາດນີ້ແລກປ່ຽນຄຳຄິດ
ຄຳເຫັນເຊິງກັນ ແລະກັນໃນຂົງເຂດວຽກງານຊີ້ນຳ, ນຳພາ-ບັນຊາ, ວຽກງານວິຊາສະເພາະ ແລະອື່ນໆ ໂດຍສະເພາະບັນດາຂໍ້ຄົງຄ້າງ ເພື່ອພ້ອມກັນນຳໄປປັບ
ປຸງ ແລະແກ້ໄຂໃຫ້ດີຂຶ້ນ.

     ໂອກາດນີ້ ທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ໄດ້ສະຫຼຸບຕີລາຄາສັງຮວມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່
ລະກົມກອງທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຕິບັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ພ້ອມກັນນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ປະຕິບັດຂໍ້ກຳ
ນົດກົດລະບຽບຂອງກອງທັບຕາມທິດນຳຂອງກະຊວງປ້ອງກັນປະເທດວາງອອກຄື 4 ໜ້າທີ່ໃຫຍ່ 26 ແຜນງານ. ນອກນີ້ກອງປະຊຸມຍັງຈະໄດ້ຮັບຟັງການ
ປາຖະກະຖາວັນສຳຄັນຂອງຊາດ ເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ, ເຜີຍ
ແຜ່ຜົນສຳເລັດການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ29 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆຂອງ ສປປ ລາວ, ວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 68 ປີ ຈະໄດ້ດຳເນີນເປັນເວລາ 3 ວັນ ແຕ່ວັນທີ 4-6 ມັງກອນ 2017.