ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ຈັດພິທີປາຖະກະຖາ 2 ວັນປະຫວັດສາດ

     ໃນຕອນບ່າຍວັນທີ 28 ທັນວາ ຜ່ານມານີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບໄດ້ຈັດຕັ້ງພິທີປາຖະກະຖາ 2 ວັນປະຫວັດສາດຂອງຊາດ
ຄືວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໂດຍພາຍໃຕ້ການເປັນປະທານ ແລະບັນ
ຍາຍເນື້ອໃນເອກະສານຂອງ ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ຄະນະພັກກະຊວງ ຄະນະປະຈຳພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາ
ທິການກອງທັບ ມີຄະນະນຳອົງການ, ຄະນະພັກອົງການກົມໃຫຍ່, ຄະນະຫ້ອງການພະແນກການ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.

                                
                                                       ພົນຈັດຕະວາ ປອ ວົງສັກ ພັນທະວົງ ເປັນປະທານພິທີປາຖະກະຖາ 2 ວັນປະຫວັດສາດຂອງຊາດ

     ບັນດາເນື້ອໃນເອກະສານທີ່ນຳມາຈັດຕັ້ງເຜີຍແຜ່ໃນຄັ້ງນີ້ ລ້ວນແຕ່ມີຄວາມໝາຍຄວາມສຳຄັນເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອ ແລະຄວາມໝາຍຄວາມ
ສຳຄັນຂອງວັນຊາດທີ 2 ທັນວາ ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນ
ດາເຜົ່າໄດ້ມີອິດສະຫຼະພາບ ແລະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ຜົນສຳເລັດໃນການປົກປັກຮັກສາພັດທະນາປະເທດໃນໄລຍະ 41 ປີ ປະເທດຊາດ
ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ສາມາດປະຕິບັດບັນດາຈຸດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ບັນລຸຜົນສຳເລັດເປັນກ້າວໆ
ສະແດງອອກໃນການພັດທະນາແຕ່ລະດ້ານ ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ບັນຍາຍໄດ້ຍົກໃຫ້ເຫັນຜົນງານ,
ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດ, ແບບແຜນວິທີເຮັດວຽກ ແລະບົດຮຽນນຳພາອັນສະຫຼາດສ່ອງໃສຂອງທ່ານ ເພື່ອ
ໃຫ້ຮຸ່ນຕໍ່ໆຕັ້ງໜ້າຮຳ່ຮຽນ ແລະສືບທອດມໍລະດົກອັນລ້ຳຄ່າຂອງ ປະທານ ໄກສອນ ພົມວິຫານ ທີ່ສ້າງໄວ້ຕະຫຼອດໄປ.

     ໂອກາດນີ້ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຍັງໄດ້ໂອ້ລົມໃນທີ່ປະຊຸມໂດຍຮຽກຮ້ອງໃຫ້ຄະນະນຳທຸກພາກສ່ວນ ພ້ອມດ້ວຍພະນັກງານ-ນັກ
ຮົບທີ່ເຂົ້າຮ່ວມຮັບຟັງການບັນຍາຍເນື້ອໃນເອກະສານທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ຈົ່ງນຳໄປສຶກສາຄົ້ນຄວ້າຮຳ່ຮຽນນຳໃຊ້ເຂົ້າໃນການດຳລົງຊີ
ວິດຕິດພັນກັບການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດໃນທຸກດ້ານ.