ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດທີ 4 ປີ 2016 ເຂດທີ 6

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດທີ 4 ປະຈໍາປີ 2016 ເຂດທີ 6 ໂດຍແມ່ນກອງບັນຊາການທະຫານແຂວງ
ຫຼວງພະບາງໄດ້ຮັບກຽດເປັນເຈົ້າພາບໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ທັນວາ ປີ 2016 ນີ້, ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງ
ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມໃນ
ກອງປະຊຸມ ມີໜ່ວຍງານຮັບຜິດຊອບການສ່ອງແສງທີ່ມາຈາກຫ້ອງວ່າການກະຊວງປ້ອງກັນປະເທດ ກົມໃຫ່ຍເຕັກນິກ, ກົມໃຫ່ຍພະລາທິການ, ກົມພະ
ນັກງານ, ກົມໃຫ່ຍການເມືອງ, ກົມໃຫຍ່ເສນາທິການ, ກົມຈັດຕັ້ງພັກ ຕະຫຼອດຮອດຄະນະພັກ-ຄະນະບັນຊາຈາກບັນດາກົມກອງພາຍໃນເຂດທີ 6 ເຂົ້າ
ຮ່ວມ.

                                
                                                ທ່ານພົນຕີ ພູວົງ ວົງພົມ ເປັນປະທານກອງປະຊຸມສ່ອງແສງ ວຽກງານພັກ-ວຽກງານການເມືອງປະຈຳໄຕມາດທີ 4 ປະຈໍາປີ 2016 ເຂດທີ 6

     ໃນກອງປະຊຸມ ທ່ານ ພົນຕີ ພູວົງ ວົງພົມ ກໍໄດ້ກ່າວໄຂຈຸດປະສົງຂອງກອງປະຊຸມດັ່ງກ່າວຂຶ້ນ ຈາກນັ້ນຕາງໜ້າຄະນະພັກ-ຄະນະບັນຊາກົມກອງ ກໍໄດ້
ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 3 ເດືອນຜ່ານມາໂດຍຫຍໍ້ ເຊິ່ງປິ່ນອ້ອມ 4 ແຜນງານ 26 ໂຄງການທີ່ຄະນະພັກກະຊວງ
ປ້ອງກັນປະເທດ ວາງອອກ. ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານພົວພັນຮ່ວມ
ມືກັບສາກົນ ແລະບັນດາປະເທດເພື່ອນມິດຍຸດທະສາດ ແລະແຜນງານເພິ່ງຕົນເອງ ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງຍົກໃຫ້ເຫັນ
ຫຼາຍບັນຫາສໍາຄັນທີ່ຈະຕ້ອງໄດ້ເພີ່ມທະວີ ແລະຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ
ມີຄວາມສະຫງົບປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍດີ. ຈາກນັ້ນກໍໄດ້ຜ່ານທິດທາງແຜນການ 3 ເດືອນໃນຕໍ່ໜ້າ ແລະຄໍາສະເໜີຕໍ່ຂັ້ນເທິງຈໍາ
ນວນໜຶ່ງ.

     ທ່ານ ພົນຕີ ພູວົງ ວົງພົມ ໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະກົມກອງຕ້ອງໄດ້ສຶບຕໍ່ນຳພາວຽກງານເຮັດໃຫ້ປະເທດມີຄວາມສະຫງົບ, ກໍາໄດ້ຮາກຖານ
ປະຊາຊົນ, ກົມກອງ, ສະພາບຂອງພວກຄົນບໍ່ດີ ເປັນເຈົ້າການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງສຶບຕໍ່ປັບປຸງແບບແຜນການນໍາພາ, ການຈັດຕັ້ງປະຕິ
ບັດລະບຽບວິໄນໃຫ້ເຂັ້ມງວດ, ເອົາໃຈໃສ່ທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ, ຄຸ້ມຄອງຮັກສາຊາຍແດນໃຫ້ມີ
ຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ ແລະສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນ
ເປັນຈິງ.