ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ລົງຊີ້ນຳວຽກງານບັນດາກົມກອງທົ່ວອົງການກົມໃຫຍ່

     ນັບແຕ່ວັນທີ 9 ມັງກອນ 2017 ເປັນຕົ້ນມານີ້, ພັນເອກ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມຶືອງກອງທັບ ໄດ້ລົງເຄື່ອນໄຫວພົບປະ
ຢ້ຽມຢາມ ແລະຊີ້ນຳວຽກງານຢູ່ບັນດາກົມກອງທີ່ຂຶ້ນກັບອົງການກົມໃຫຍ່ການເມືອງກອງທັບ ເຊັ່ນ: ກົມກໍ່ສ້າງຮາກຖານ, ຫ້ອງການບໍລິຫານ, ຫ້ອງການ
ເມືອງ, ຫ້ອງ ການກົມໃຫຍ່ການເມືອງ, ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ຫ້ອງການກຳມະບານກະຊວງປ້ອງກັນປະເທດ, ໂຮງພິມກອງ
ທັບ, ໜັງສືພິມກອງທັບ ແລະຫໍສະໝຸດກອງທັບ.

                                
                                                                        ພັນເອກ ວົງສອນ ອິນປານພິມ ລົງຊີ້ນຳວຽກງານບັນດາກົມກອງທົ່ວອົງການກົມໃຫຍ່

     ໃນ ໂອກາດທີ່ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງຊີ້ນຳວຽກງານຢູ່ບັນດາກົມກອງດັ່ງກ່າວນັ້ນ, ທ່ານໄດ້ຮັບຟັງລາຍງານສະພາບການເມືອງ
ແນວຄິດ ແລະສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະກົມກອງໃນໄລຍະຜ່ານມາ ພ້ອມທັງແລກປ່ຽນຄຳຄິດເຫັນບາງບັນຫາ
ປິ່ນອ້ອມໜ້າທີ່ການເມືອງຂອງແຕ່ລະກົມກອງ, ເຊິ່ງເຫັນໄດ້ວ່າແຕ່ລະກົມກອງໄດ້ມີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ
ແລະມີຜົນສຳເລັດຢ່າງຈົບງາມ, ພ້ອມທັງຍົກໃຫ້ເຫັນບາງບັນຫາຫຍຸ້ງຍາກ ແລະຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ ແນໃສ່ສືບຕໍ່ປັບປຸງກໍ່ສ້າງກົມກອງ
ຂອງຕົນໃຫ້ເຂັ້ມແຂງຮອບດ້ານ ແລະສ້າງຄວາມຕັດສິນໃຈໃໝ່ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້.