ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ
ໂອ້ລົມອະດີດພະນັກງານການນຳທະຫານແຂວງອຸດົມໄຊ

     ໃນວັນທີ 10 ມັງກອນ 2017 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຫົວໜ້າການທະຫານກອງບັນຊາການ
ທະຫານແຂວງອຸດົມໄຊ ໄດ້ໂອ້ລົມອະດີດພະນັກງານການນຳຂອງກອງບັນຊາການທະຫານແຂວງ, ນັກຮົບແຂ່ງຂັນ ແລະຄອບຄົວພະນັກງານ-ນັກຮົບທີ່ເສຍ
ສະຫຼະຊີວິດ; ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20/1/1949-20/1/2017) ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍ
ຊົມເຊີຍ ແລະຂອບອົກຂອບໃຈຕໍ່ຜົນງານການປະກອບສ່ວນຂອງພວກເພິ່ນໃນໄລຍະຜ່ານມາ ແລະຫວັງວ່າຈະສືບຕໍ່ເປັນເຈົ້າການສຶກສາອົບຮົມລູກຫຼານ,
ເຂົ້າໃນວຽກງານ ປກຊ-ປກສ ຢູ່ຂັ້ນຮາຖານໃຫ້ດີຂຶ້ນກວ່າເກົ່າ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຊ່ວຍແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ, ເອົາ
ໃຈໃສ່ປະກອບສ່ວນກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບ 3 ສ້າງໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.

                                
                                                      

     ນອກນັ້ນ ທ່ານຍັງໄດ້ອວຍພອນໄຊອັນປະເສີດມາຍັງອະດີດພະນັກງານການນຳກອງບັນຊາການທະ ຫານແຂວງ, ນັກຮົບແຂ່ງຂັນ ແລະຄອບຄົວເສຍ
ສະຫຼະ ຈົ່ງມີແຕ່ຄວາມສຸກໂຊກດີມີຄວາມຜາສຸກຕະຫຼອດຊີ ວິດສ່ວນຕົວ ແລະຄອບຄົວ. ໂອກາດດຽວກັນນີ້ ກອງບັນຊາການທະຫານແຂວງຍັງໄດ້ນຳເອົາ
ຂອງຂວັນຈຳນວນໜຶ່ງມອບໃຫ້ອະດີດພະນັກງານການນຳກອງບັນຊາການທະຫານແຂວງ, ນັກຮົບແຂ່ງຂັນ ແລະຄອບຄົວເສຍສະຫຼະ ເພື່ອເປັນການສະແດງ
ເຖິງການຕອບບຸນແທນຄຸນທີ່ພວກເພິ່ນໄດ້ປະກອບສ່ວນທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະແຮງກາຍ ເຮັດໃຫ້ແຂວງອຸດົມໄຊຂອງພວກເຮົາມີ
ຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າໄດ້ຮັບການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.