ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະອຳນວຍການໂຮງໝໍບໍລິເວນ 106
ເຂົ້າອວຍພອນການນຳໂຮງຮຽນກໍ່ສ້າງນາຍສິບເລກ 2

     ພັນໂທ ບຸນຮົງ ກີບກິ່ງແກ້ວ ຄະນະອຳນວຍການໂຮງໝໍບໍລິເວນ 106 ກອງທັບ ພ້ອມຄະນະເຂົ້າອວຍພອນການນຳໂຮງຮຽນກໍ່ສ້າງນາຍສິບທະຫານ
ຮາບເລກ 2 ວຽງໄຊ ໃນຕອນເຊົ້າວັນທີ 10 ມັງກອນ 2017 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ທີ່ໝູນ ວຽນມາອີກ
ວາລະໜຶ່ງ ເປັນກຽດຕ້ອນຮັບ ພັນໂທ ທອງພັນ ແກ້ວມະນີຈັນ ຫົວໜ້າການເມືອງໂຮງຮຽນ ພ້ອມຄະນະ.

                                
                                                      

     ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 68 ປີ ທີ່ໝູນວຽນມາອີກວາລະໜຶ່ງ (20 ມັງກອນ 1949 ຫາ 20 ມັງກອນ 2017) ທາງຄະນະພັກ-ຄະ
ນະອຳນວຍການໂຮງໝໍບໍລິເວນ 106 ກອງທັບ ໄດ້ນຳເອົາກະຕ່າຂອງຂວັນ ພ້ອມເຄື່ອງບໍລິໂພກຈຳນວນໜຶ່ງໃນມູນຄ່າ 1.470.000 ກີບ ມາມອບ ໃຫ້
ຄະນະພັກ-ຄະນະອຳ ນວຍການໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ.

     ພັນໂທ ທອງພັນ ແກ້ວມະນີຈັນ ກ່າວຮັບ ແລະສະແດງຄວາມຂອບອົກຂອບໃຈນຳຄະນະພັກ-ຄະນະອຳນວຍການໂຮງໝໍບໍລິເວນ 106 ກອງທັບ ທີ່
ໄດ້ນຳເອົາວັດຖຸປັດໄຈມາ ແລະມອບເປັນຂອງຂວັນໃນໂອ ກາດວັນປະຫວັດສາດຂອງກອງທັບໃນຄັ້ງນີ້ ແລະພ້ອມທີ່ຈະສືບຕໍ່ສຶກສາມູນເຊື້ອການພົວພັນ 2
ກົມກອງໃຫ້ດີຂຶ້ນກວ່າເກົ່າ.