ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ຕ້ອນຮັບການລົງທັດສະນະສຶກສາ
ຂອງນັກສຶກສາຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ລຸ້ນທີ 8

     ໃນຕອນເຊົ້າຂອງວັນທີ 5 ມັງກອນ 2017 ທີ່ຜ່ານມາ, ທີ່ສະໂມສອນກອງພັນໃຫຍ່ 11 ໄດ້ຕ້ອນຮັບຄະນະນັກສຶກສາທິດສະດີການເມືອງປ້ອງກັນ
ຄວາມສະຫງົບເລັ່ງລັດ 5 ເດືອນ ລຸ້ນທີ 8 ທີ່ລົງຢ້ຽມຢາມທັດສະນະສຶກສາ ເຊິ່ງນຳໂດຍ ພັນໂທ ສີສົມສັກ ພັນທະວົງ ຄະນະພັກ-ຄະນະອຳນວຍການໂຮງ
ຮຽນທິດສະດີການ ເມືອງປ້ອງກັນຄວາມສະຫງົບ ພ້ອມຄະນະນັກສຶກສາຈຳນວນ 68 ສະຫາຍ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກພັນເອກ ບຸນສົງ ພິມມະ
ວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 11 ພ້ອມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງພາຍໃນກົມກອງ.

                                
                                                      

     ພັນເອກ ບຸນສົງ ພິມມະວົງ ກໍໄດ້ໃຫ້ກຽດຂຶ້ນເຜີຍແຜ່ເອກະສານກ່ຽວກັບວຽກງານພັກ-ວຽກງານການເມືອງຂອງກົມກອງໃນໄລຍະຜ່ານມາໂດຍຫຍໍ້.
ເຊິ່ງສະຫາຍໄດ້ຍົກໃຫ້ເຫັນແບບແຜນດຳເນີນວຽກງານພັກ-ວຽກງານການເມືອງ ໂດຍຖືເອົາລະບອບລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງ
ໜ້າທີ່ໃຫ້ບຸກຄົນຮັບຜິດຊອບຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນປັດໄຈໃນວຽກງານກໍ່ສ້າງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ ເພື່ອໃຫ້ນັກສຶກສາ
ດັ່ງກ່າວນຳໄປຄົ້ນຄວ້າສົມທຽບລະຫວ່າງບົດຮຽນ ແລະພຶດຕິກຳຕົວຈິງ ແລະສາມາດນຳໃຊ້ໄດ້ໃນກົມກອງ ຈາກນັ້ນຄະນະນັກສຶກສາກໍໄດ້ຜັດປ່ຽນກັນຂຶ້ນ
ປະກອບຄຳຄິດຄຳເຫັນ ແລະມີຄຳຖາມເຈາະຈີ້ມໃນບາງບັນຫາ ເພື່ອນຳໄປໝູນໃຊ້ໃນການຄົ້ນຄວ້າຮຳ່ຮຽນຂອງຕົນດ້ວຍບັນຍາກາດທີ່ດີ.