ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງອຸດົມໄຊ ມອບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

     ໃນວັນທີ 9 ມັງກອນ 2017 ນີ້, ຢູ່ສະໜາມກີລາແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບອັດຖິທະຫານ ອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່
ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ ໃຫ້ກຽດເຂົ້າຮ່ວມພິທີໂດຍມີ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມັນຕີກະຊວງແຮງງານ ແລະ
ສະຫວັດດີການສັງຄົມ, ຮອງປະທານຄະນະປະຕິບັດງານພິເສດລັດຖະບານ ສປປ ລາວ, ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ພົນຈັດ
ຕະວາ ຟາມດືກ ຢວຽນ ຮອງຫົວໜ້າການເມືອງທະຫານເຂດ 2 ສສ ຫວຽດນາມ, ພາກສ່ວນທີ່ກ່ຽວຂ້ອງຈາກ 6 ແຂວງພາກເໜືອ ແລະປະຊາຊົນແຂວງ
ອຸດົມໄຊເຂົ້າຮ່ວມ.

                                
                                                      

     ໃນພິທີ ທ່ານ ຄຳພຽງ ຢາຈົງວາ ໄດ້ຂຶ້ນກ່າວມອບອັດຖິ ຈຳນວນ 29 ອັດຖິ ຢູ່ 6 ແຂວງພາກເໜືອຂອງລາວເພື່ອສົ່ງຄືນປະເທດ, ບ້ານເກີດເມືອງນອນ
ໃຫ້ພໍ່-ແມ່, ລູກ-ເມຍ ແລະຍາດພີ່ນ້ອງໄດ້ທຳພິທີຕາມຮີດ ຄອງປະເພນີ.

     ທ່ານ ພົນຈັດຕະວາ ຟາມດືກ ຢວຽນ ກ່າວຮັບ ແລະສະແດງຄວາມຂອບໃຈນຳການນຳພັກ-ລັດ ແຫ່ງ ສປປ ລາວ ແລະກອງປະຕິບັດງານພິເສດທະ
ຫານເຂດ 2 ສສ ຫວຽດນາມ ແລະປະຊາຊົນລາວບັນດາເຜົ່າທີ່ໄດ້ອຳນວຍຄວາມສະດວກໃຫ້ການຊ່ວຍເຫຼືອໃນການຂຸດຄົ້ນ-ຊອກຫາຈົນສາມາດປະຕິ
ບັດພະລາ, ໜ້າທີ່ອັນສູງສົ່ງສຳເລັດໄປດ້ວຍດີ.