ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານເຂດ 2 ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ທະຫານແຂວງຫົວພັນ

     ວັນທີ 3-4 ມັງກອນ 2017 ນີ້, ຄະນະຜູ້ແທນຂັ້ນສູງກອງບັນຊາການທະຫານເຂດ 2 ສສ ຫວຽດ ນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟຸ່ງຊີ້ເຕີ້ນ
ຫົວໜ້າກອງບັນຊາການທະຫານເຂດ 2 ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງຫົວພັນ ໂດຍການ
ຕ້ອນຮັບຢ່າງອົບ ອຸ່ນຈາກສະຫາຍ ພັນເອກ ສຸລິນພອນ ຄຳພະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍພະນັກງານຫຼັກ
ແຫຼ່ງຢູ່ເຮືອນພັກແຄມແໝນ.

                                
                                                  ພັນເອກ ສຸລິນພອນ ຄຳພະຈັນ ໄດ້ຕ້ອນຮັບທະຫານເຂດ 2 ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ທະຫານແຂວງຫົວພັນ

     ຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນວຽກງານຮອບດ້ານຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຫົວພັນ ທັງ
ສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານຜ່ານການພົວພັນຮ່ວມມືລະຫວ່າງສອງກອງບັນຊາການທະຫານແຂວງຫົວພັນ-ທະຫານເຂດ 2 ໃນຊຸມປີຜ່ານມາ,
ຝ່າຍລາວສະເໜີໂດຍ ສະຫາຍ ພັນເອກ ສຸລິນພອນ ຄຳພະຈັນ, ຝ່າຍຫວຽດນາມສະເໜີໂດຍ ສະຫາຍ ພົນຈັດຕະວາ ຟຸ່ງຊີ້ເຕີ້ນ ເຊິ່ງທັງສອງຝ່າຍໄດ້ແຈ້ງ
ສະພາບການໃຫ້ກັນໄດ້ຮັບຊາບ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານເຫັນວ່າມີສະຖຽນລະພາບທາງດ້ານການ
ເມືອງສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ໄດ້ຈັດຕັ້ງເຄື່ອນໄຫວກວດກາຕາມເສັ້ນຊາຍແດນ ເຮັດໃຫ້ຂອບເຂດຕົນເອງຮັບຜິດຊອບມີຄວາມສະ
ຫງົບປອດໄພໂດຍພື້ນຖານ, ວຽກງານພັດທະນາເສດຖະກິດ-ສັງຄົມໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວຽກງານປັບປຸງຄ້າຍຄູແມ່ນໄດ້ຮັບການພັດທະ
ນາຫຼາຍດ້ານ, ວຽກງານພົວພັນຮ່ວມມືກັບຕ່າງປະເທດໄດ້ເປີດກວ້າງການຮ່ວມມືຮອບດ້ານ ແລະແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະກັນໃນການ
ພັດທະນາໃຫ້ນັບມື້ດີຂຶ້ນເປັນກ້າວໆ.