ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດການກວດ-ກູ້ ແລະ ທຳລາຍລະເບີດ ບໍ່ທັນແຕກໃນພື້ນທີ່ກໍ່ສ້າງທາງລົດໄຟ

     ວັນທີ 4 ມັງກອນ 2017 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດໄດ້ຈັດພິທີເປີດການກວດ-ກູ້ ແລະທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໃນພື້ນທີ່ໂຄງການ
ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນແຕ່ບໍ່ເຕັນ-ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ
ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຕະຫຼອດຮອດຄະນະນຳບັນດາກົມໃຫຍ່ ແລະພະນັກງານວິ
ຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                                                       ທ່ານພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີການກວດ-ກູ້ ແລະ ທຳລາຍລະເບີດ ບໍ່ທັນແຕກໃນພື້ນທີ່ກໍ່ສ້າງທາງລົດໄຟ

    ທ່ານ ພົນຈັດຕະວາ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳລວມວຽກງານກວດ-ກູ້ ແລະທຳລາຍລະ
ເບີດບໍ່ທັນແຕກທີ່ຕົກຄ້າງໃນພື້ນທີ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນແຕ່ບໍ່ເຕັນ-ນະຄອນຫຼວງວຽງຈັນ ໄດ້ຂຶ້ນກ່າວຈຸດປະສົງໂດຍຊີ້ບອກວ່າ: ໂດຍປະ
ຕິບັດຕາມການມອບໝາຍຈາກລັດຖະບານໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບວຽກງານກວດ-ກູ້ ແລະທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໃນພື້ນ
ທີ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນໜ້າທີ່ດັ່ງກ່າວ, ກະຊວງປ້ອງກັນປະເທດໄດ້ມອບໝາຍໃຫ້ກົມໃຫຍ່ເສນາທິການກອງທັບດຳເນີນ
ການສຳຫຼວດກວດ-ກູ້ ແລະທຳລາຍລະເບີດບໍ່ທັນແຕກ ຮັບປະກັນໃຫ້ການສຳຫຼວດແລວທາງລົດໄຟ ແລະຊີເຈາະສຳຫຼວດທາງທໍລະນີສາດ ພ້ອມກັນນັ້ນ
ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຢ່າງລະອຽດ ແລະເໝາະສົມ ທັງພາກວິຊາການ ແລະບໍລິຫານ ໃນນັ້ນມີ 1  ໝວດ ເຄື່ອນທີ່ກວດກູ້ ແລະທຳລາຍລະເບີດ
ທາງບົກ, ມີ 1 ໝວດກວດກູ້ ແລະທຳລາຍທາງນ້ຳ, ມີ 6 ກອງກວດກູ້ ແລະທຳລາຍລະເບີດປະຈຳຢູ່ແຕ່ລະໄລຍະທາງໃນ 6 ສັນຍາກໍ່ສ້າງ, ເຊິ່ງແຕ່ລະ
ໜ່ວຍງານມີໝວດວິຊາການປະຈຳຢູ່ (QC) ມີຈຳນວນພົນທັງໝົດ 340 ກວ່າສະຫາຍ, ເຊິ່ງອຸປະກອນໃນການກວດ-ກູ້ລະເບີດນີ້ໃນເບື້ອງຕົ້ນແມ່ນ
ມີລົດຊັກໂກ ຈຳນວນ 6 ຄັນ(ລົດບັນທຸກ), ລົດກະບະ ຈຳນວນ 6 ຄັນ ແລະເຄື່ອງມືກວດ-ກູ້ລະເບີດຈຳນວນໜຶ່ງທັງທາງບົກ ແລະທາງນ້ຳ ເພື່ອຮັບ
ປະກັນໃຫ້ແກ່ວຽກງານດັ່ງກ່າວມີຄວາມປອດໄພດີ.

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຕໍ່ພິທີວ່າ: ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍມະ
ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ 8 ວ່າດ້ວຍການເຊື່ອມໂຍງທາງພາກພື້ນ ແລະສາກົນ ຈາກ
ປະເທດທີ່ບໍ່ມີທາງອອກສູ່ທະເລກາຍມາເປັນການຂົນສົ່ງທາງບົກ ໂດຍສະເພາະແມ່ນການຂົນສົ່ງສິນຄ້າ ແລະປ່ຽນຖ່າຍສິນຄ້າ ຕາມທິດພັດທະນາສີຂຽວ
ແລະຍືນຍົງ ປີ 2030. ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານວິຊາການທີ່ໄດ້ຮັບການມອບໝາຍແຕ່ງຕັ້ງ ຈົ່ງພ້ອມກັນສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ເຮັດ
ສຳເລັດໜ້າທີ່ການເມືອງຂອງຕົນ ຮັບ ປະກັນໃຫ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນມີຄວາມປອດໄພ ແລະສຳເລັດຕາມແຜນການຄາດໝາຍທີ່ວາງອອກ.