ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາບທາມບຸກຄະລາກອນ​ເຂົ້າຄະນະພັກ ກະຊວງປ້ອງກັນປະເທດ
ຮອບ​ທີ 1 ສະໄໝທີ V ຢູ່​ກົມ 213


ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຮອບທີ 1

     ກົມ 213 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຮອບທີ 1 ສະໄໝທີ V ໃນ ວັນ
ທີ 6 ທັນວາ 2019 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການ ຄະນະພັກກະຊວງ, ຫົວໜ້າ ກົມປ້ອງກັນພາຍໃນກົມໃຫຍ່
ການເມືອງກອງທັບ ຫົວໜ້າ ໜ່ວຍງານທາບທາບບຸກຄະລາກອນເຂດ ໃຈກາງ, ມີສະຫາຍ ພົນຕີ ທອງວັນ ຈັນທະວົງ ເລຂາຄະນະພັກອົງການກົມ, ຫົວໜ້າກົມ 213, ມີ
ຄະນະພັກອົງການກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາກົມກອງຮາກຖານ ຕະຫຼອດຮອດສະມາຊິກພັກພາຍໃນກົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຄະນະໜ່ວຍງານທາບທາມ ຄະນະພັກກະຊວງ ເຂດໃຈກາງນະຄອນຫຼວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະ
ໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຊຸດໃໝ່ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມ
ບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກກົດໝາຍ
ຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາຮົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບ
ສົມບູນແຂງແຮງດີ.

     ຈາກນັ້ນ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າ ກົມປ້ອງກັນພາຍໃນກົມໃຫຍ່ການເມືອງກອງທັບ ກໍ
ໄດ້ແນະນຳ, ອະທິບາຍກ່ຽວກັບເນື້ອໃນບາງຈຸດໃນການກະກຽມກອງປະຊຸມໃຫຍ່ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຕາມມະຕິຕົກລົງຂອງສູນກາງພັກ ວ່າດ້ວຍ ການທາບ
ທາມບຸກຄະລາກອນເຂົ້າໃນ ຄະນະບໍລິຫານງານພັກກະຊວງ ພ້ອມເນັ້ນໃຫ້ເເຕ່ລະສະຫາຍ ຕ້ອງເລືອກເຟັ້ນໄຈ້ແຍກໃຫ້ລະອຽດຖີ່ຖ້ວນບຸກຄົນທີ່ເປັນຄັນທຸງແກ່ນນຳໃນ
ການຊີ້ນຳ-ນຳພາກອງທັບເຮົາກ້າວຂຶ້ນຢ່າງໜັກແໜ້ນ. ພ້ອມນັ້ນການຂີດລາຍຊື່ ແລະ ວິທີໃຊ້ສິດໃນການປ່ອນບັດໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກ ໂດຍຍືດ
ໝັ້ນຕາມແນວທາງໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງ ເພື່ອເປັນເອກະພາບພາຍໃນ ແລະ ຄວາມເປັນລະບຽບຮຽບຮ້ອຍ
ພ້ອມທັງຊີ້ແຈ້ງອະທິບາຍບາດກ້າວການດໍາເນີນກອງປະຊຸມ ໃຫ້ເປົ້າໝາຍທີ່ເຂົ້າຮ່ວມໄດ້ຮັບຮູ້ຢ່າງເລິກເຊິ່ງ ໂດຍໄດ້ເນັ້ນໜັກໃຫ້ສະມາຊິກພັກ ແຕ່ລະຂັ້ນທີ່ຈະເຂົ້າມາເປັນ
ຄະນະພັກຊຸດໃໝ່ ແລະ ຜູ້ມາໃຊ້ສິດຕ້ອງມີການໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມສາມາດນໍາພາ-ບັນຊາກົມກອງ, ຕ້ອງມີຄຸນທາດການເມືອງໜັກແໜ້ນ. ມີຄຸນສົມ
ບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສໍາເລັດໜ້າທີ່ການ
ເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ແນໃສ່ເຮັດໃຫ້ການຄັດເລືອກ ຄະນະພັກຊຸດນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກກໍຄືທິດທາງແຜນການ
ເຄື່ອນໄຫວກະກຽມກອງປະຊຸມໃຫຍ່ ໃນຄັ້ງນີ້ໄດ້ຮັບຜົນສູງ. ຈາກນັ້ນ, ພະນັກງານສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນ ທີ່
ຈະສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຮອບທີ 1 ສະໄໝທີ V ໄດ້ສຳເລັດລົງຕາມແຜນການ.